ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 23 ສິງຫາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 22 ສິງຫາຜ່ານມາ ໄດ້ກວດວິເຄາະຫາເຊື້ອທັງໝົດ 2.427 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 152 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 65 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ສະຫວັນນະເຂດ 43 ຄົນ ບໍ່ແກ້ວ 18 ຄົນນະຄອນຫຼວງ 3 ຄົນ ຫຼວງນ້ຳທາ 1 ຄົນ.

ສ່ວນກໍລະນີນໍາເຂົ້າ ມີ 87 ຄົນ ຈາກສະຫວັນນະເຂດ 21 ຄົນ ຈຳປາສັກ 22 ຄົນ ນະຄອນຫຼວງ 15 ຄົນ ຄຳມ່ວນ 25 ຄົນ ສາລະວັນ 2 ຄົນ ບໍລິຄຳໄຊ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 43 ຄົນ ໃນນັ້ນ ຢູ່ສະຖານທີ່ຄຸມຂັງ 34 ຄົນ ພະນັກງານພະແນກໂຍທາທິການ ແລະ ຂົນສົ່ງ 1 ຄົນ ຜູ້ສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອທີ່ຜ່ານມາ 3 ຄົນ (ເຊິ່ງທັງ 3 ແມ່ນຖືກຈຳກັດບໍລິເວນຢູ່ສູນແລ້ວ) ພະນັກງານແພດປະຈຳສູນຈຳກັດບໍລິເວນ 1 ຄົນ ສ່ວນທີ່ເຫຼືອນັ້ນ ແມ່ນທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.

ສ່ວນແຂວງຫຼວງນ້ຳທາ 1 ຄົນ ເປັນຄົນຈີນ ທີ່ມີປະຫວັດເດີນທາງຈາກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໂດຍຍົນເໝົາລຳມານະຄອນຫຼວງວຽງຈັນ (ລະຫວ່າງທາງບໍ່ໄດ້ພັກ) ຫຼັງຈາກນັ້ນ ຕໍ່ລົດໂດຍສານໄປດ່ານບໍ່ເຕັນ ແຂວງຫຼວງນ້ຳທາ.
ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ. ມາຮອດວັນທີ 23 ສິງຫາ 2021 ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12.621 ຄົນ ຄົນເຈັບເສຍຊີວິດສະສົມ 11 ຄົນ ແລະ ກໍາລັງປິ່ນປົວ 4.305 ຄົນ.
.
# ຂ່າວ & ພາບ : ລັດເວລາ