ຫາລືການປັບປຸງກົງຈັກການຈັດຕັ້ງ

    ວັນທີ 20 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ອົງການທຽບເທົ່າ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີບັນ ດາທ່ານລັດຖະມົນຕີ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງ ແລະ ອົງການທຽບເທົ່າທີ່ເຂົ້າຮ່ວມ. 

    ການປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ກໍເພື່ອເຮັດໃຫ້ກົງຈັກການຈັດຕັ້ງສອດຄ່ອງກັບທິດກະທັດຮັດ ເບົາບາງ ສົມ ເຫດສົມຜົນ ໂປ່ງໃສ ແລະ ມີຄຸນນະພາບ ຕອບສະໜອງໄດ້ແນວທາງນະໂຍບາຍຂອງພັກ ລັດຖະບານ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ ທັງປະຢັດງົບປະມານ ແລະ ບຸຄະລາກອນ ແກ້ໄຂການຊໍ້າຊ້ອນດ້ານການຈັດຕັ້ງ ພາລະບົດບາດ ແລະ ກົງຈັກໃຫຍ່ໂຕ ມີຫຼາຍຂັ້ນຂອດບໍລິຫານ ແລະ ສາຍງານທີ່ບໍ່ຈໍາເປັນ ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມທັນສະໄໝ ຫັນກຸ້ມຕົນເອງທາງດ້ານງົບປະມານ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ ກົນໄກການປະສານງານວ່ອງໄວ ກົມກຽວ ແລະ ໂລ່ງລ່ຽນ ແຕ່ສູນກາງຮອດທ້ອງຖິ່ນ. 

    ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ອົງການທຽບເທົ່າ ຈາກທ່ານລັດຖະມົນຕີກະຊວງພາຍໃນ ຫຼັງຈາກນັ້ນ ຜູ້ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າ ໄດ້ມີຄໍາເຫັນນຳສະເໜີສະພາບການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການຕົນ ໂດຍສະ ເພາະ ຄວາມຄືບໜ້າ ເຫດຜົນໃນການຍຸບ ຫຼືຂະຫຍາຍກົງຈັກການຈັດຕັ້ງ ລວມທັງທິດທາງແຜນການສືບຕໍ່ໃນຕໍ່ໜ້າ ແລະ ບາງບັນຫາທີ່ສະເໜີຂໍຄວາມເປັນເອກະພາບຈາກກອງປະຊຸມ. 

    ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບສັງລວມເນື້ອໃນຂອງກອງປະຊຸມ ແລະ ເນັ້ນໜັກຕື່ມບາງບັນຫາ ເປັນຕົ້ນ ຄະນະພັກ ຄະນະນຳແຕ່ລະຂະແໜງການ ຖືເອົາວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານບຸລິມະສິດໜຶ່ງທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍເພີ່ມທະວີຄວາມຮັບຜິດຊອບສູງໃນການປັບປຸງ ໃຫ້ສຳເລັດຕາມກຳນົດເວລາ ທັງຮັບປະກັນການກຳນົດພາລະບົດບາດ ມີຄວາມຊັດເຈນ ຮັດກຸມ ເຫັນໄດ້ກົງຈັກຫຼັກ ແລະ ກົງຈັກໜູນຢ່າງຈະແຈ້ງ ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ; ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນໃນເວລາການດໍາເນີນການປັບປຸງ ເພື່ອເຮັດໃຫ້ເຂົາເຈົ້າເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ເພື່ອພ້ອມກັນເປັນເຈົ້າການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ ຮັບປະກັນໄດ້ຄວາມສະຫງົບ ວຽກງານເຄື່ອນໄຫວເປັນປົກກະຕິ ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນ ແລະ ເປັນເອກະພາບ ພາຍຫຼັງການປັບປຸງແລ້ວ ໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ; ໃຫ້ກະຊວງ-ອົງການ ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ໃນນັ້ນ ໃຫ້ກະຊວງພາຍໃນ ເປັນໃຈກາງປະສານງານ ຕິດຕາມ ແລະ ຊຸກຍູ້ ຊຶ່ງການປັບປຸງ ໃຫ້ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ ແລະ ສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ..

# ຂ່າວ-ພາບ : ໄຊບັນດິດ

error: Content is protected !!