ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ແລະ ພົບການຕິດເຊື້ອໃນຊຸມຊົນຈຳນວນໜຶ່ງ.

ຕາມການລາຍງານຂອງທ່ານ ດຣ ຣັດຕະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 19 ສິງຫາ 2021 ໃຫ້ຮູ້ວ່າ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 18 ສິງຫາ ໄດ້ກວດວິເຄາະທັງໝົດ 2.456 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 284 ຄົນ ໃນນັ້ນ ຕິດເຊື້ອໃນຊຸມຊົນ 19 ຄົນຄື ບໍ່ແກ້ວ (ເມືອງຕົ້ນເຜີ້ງ) 2 ຄົນ ສະຫວັນນະເຂດ 17 ຄົນ ເຊິ່ງເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ສ່ວນ 265 ຄົນ ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດໃກ້ຄຽງໃນນັ້ນ ນະຄອນຫຼວງວຽງຈັນ 7 ຄົນ ຫຼວງພະບາງ 1 ຄົນ ໄຊຍະບູລີ 1 ຄົນ ອຸດົມໄຊ 1 ຄົນ ຄຳມ່ວນ 66 ຄົນ ສາລະວັນ 44 ຄົນ ສະຫວັນນະເຂດ 63 ຄົນ ແລະ ຈຳປາສັກ 82 ຄົນ.

ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 11.313 ຄົນ ເສຍຊີວິດສະສົມ 9 ຄົນ ແລະ ກໍາລັງປິ່ນປົວ 4.435 ຄົນ ປິ່ນປົວຫາຍດີ 6.869 ຄົນ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ