ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດເຝິກອົບຮົມຫຼັກສູດບໍລິການ ຍົກລະດັບການບໍລິການ ແລະ ເອົາໃຈໃສ່ລູກຄ້າ ໃນວັນທີ 18 ສິງຫາ 2021 ທີ່ພະແນກ ຖວທ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າ ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

ເພື່ອຍົກລະດັບກ່ຽວກັບຄຸນນະພາບຂອງການບໍລິການ ແລະ ເອົາໃຈໃສ່ຕໍ່ລູກຄ້າໃນຂະແໜງການບໍລິການ ແລະ ທ່ອງທ່ຽວ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການຂະແໜງທ່ອງທ່ຽວ ໃນການລະບຸຄວາມຕ້ອງການຂອງລູກຄ້າ ການຮັບປະກັນການໃຫ້ບໍລິການທີ່ມີຄຸນນະພາບ ການປະເມີນການບໍລິການ ໂດຍສະເພາະ ລະດັບຜູ້ຈັດການ ເຈົ້າຂອງກິດຈະການທີ່ປິ່ນອ້ອມ.

ຊຸດເຝິກອົບຮົມຄັ້ງນີ້ ຈະໄດ້ຮຽນຮູ້ກ່ຽວກັບການລະບຸຄວາມຕ້ອງການຂອງລູກຄ້າ ແຂກຈາກຫຼາຍແຫຼ່ງຂໍ້ມູນ ໂອກາດສົນທະນາກັບທຸລະກິດທ່ອງທ່ຽວ ແລະ ສະພາບການທ່ອງທ່ຽວ ການຮັກສາ ການໃຫ້ບໍລິການທີ່ມີຄຸນນະພາບ ແລະ ມາດຕະການປະຕິບັດງານ ຮູ້ຂັ້ນຕອນການຮຽນປະຕິບັດງານໃນການຮອງຮັບແຂກແບບມາດຕະຖານ ຫຼື SOP ການປະເມີນບໍລິການລູກຄ້າ ແລະ ການຮັກສາມາດຕະຖານຂອງການບໍລິການ ພາວະຜູ້ນຳທີ່ດີ ແລະ ສອນວຽກງານລູກນ້ອງ ການໃຫ້ນະໂຍບາຍຕ່າງໆ ວົງຈອນການພັດທະນາຄຸນນະພາບ ຫຼັກການຮັກສາສຸຂະອານາໄມຂັ້ນພື້ນຖານສຳລັບຜູ້ປະກອບການຄວນຮູ້ ເພື່ອຮອງຮັບລູກຄ້າ ແລະ ວິທີການປະຕິບັດສຳລັບພະນັກງານ ນອກຈາກຈະຮຽນຮູ້ທິດສະດີແລ້ວ ຈະໄດ້ເຝິກແອບການປະຕິບັດຕົວຈິງ ແລະ ເຮັດວຽກເປັນກຸ່ມເຊັ່ນ ຂັ້ນຕອນການປະຕິບັດງານ SOP ແບບຟອມການປະເມີນ ການເຂົ້າເບິ່ງຄວາມຄິດເຫັນຜ່ານລະບົບອອນລາຍຕ່າງໆ ຊຸດເຝິກອົບຮົມດັ່ງກ່າວ ຈະດຳເນີນໄປເປັນເວລາ 3 ວັນ (18-21 ສິງຫາ) ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານທ່ອງທ່ຽວ (ລາວ/029).
# ຂ່າວ & ພາບ : ອົ່ນ ໄຟສົມທອງ