ສືບຕໍ່ມອບສິ່ງຂອງໃຫ້ປະຊາຊົນ

    ວັນທີ 17 ສິງຫາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືຍຕໍ່ນໍາເອົາສິ່ງຂອງມອບຊ່ວຍເຫຼືອປະຊາຊົນບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທັງໝົດ 120 ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດໄລຍະການລະບາດພະຍາດໂຄວິດ-19. 

    ສິ່ງຂອງທີ່ມອບຄັ້ງນີ້ ໄດ້ຮັບການປະກອບສ່ວນຈາກລຸງ ສຸຂີ ທ່ານ ສຸຂັນສັກ ນາງ ໂຄຕາມີ ສີສຸກ ທ່ານ ໝໍວິລະສັກ ນາງ ມະນີພອນ ນາງ ແກ້ວ ນາງ ຄໍາກອງ ເພັດລາສີມຸງຄຸນ ທ່ານ ວຽງໄຊ ນູສຸວັນ.

ຂ່າວ-ພາບ :  ຂັນທະວີ

error: Content is protected !!