ໃນວັນທີ 18 ສິງຫາ 2021 ທ່ານ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຮ່ວມກັບທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວ ລົງຢ້ຽມຢາມການເຝິກອົບຮົມຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ3 ສະບັບປັບປຸງໃໝ່ ຢູ່ໂຮງຮຽນປະຖົມສົມບູນດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານຫົວໜ້າກົມ ຫົວໜ້າສະຖາບັນ ສູນ ທ່ານຮອງພະແນກສຶກສາທິການ ແລະ ກີລາ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນາງ ອໍາພອນ ອານຸໄຊຍາ ຫົວໜ້າຂະແໜງພັດທະນາຄູ ພະແນກສຶກສາທິການ ແລະ ກີລາ ໄດ້ແຈ້ງໃຫ້ຊາບວ່າ: ການເຝິກອົບຮົມສຳລັບຄູສອນຊັ້ນປະຖົມສຶກສາຂັ້ນ ປ3 ແລະ ຄູສຶກສານິເທດ ຈັດຢູ່ໃນ 148 ເມືອງໃນທົ່ວປະເທດ ໄດ້ດຳເນີນແຕ່ວັນທີ 26 ກໍລະກົດ 2021 ຈົນເຖິງປັດຈຸບັນ ຢູ່ ນວ ຈະຈັດຢູ່ 9 ເມືອງ ມີຜູ້ເຂົ້າຮ່ວມເຝິກ 453 ຄົນ ຍິງ 314 ຄົນ ການເຝິກອົບຮົມຄັ້ງນີ້ ລະຫວ່າງວັນທີ 17-20 ສິງຫາ 2021 ມີຜູ້ເຂົ້າຮ່ວມເຝິກ 20 ຄົນ ຍິງ 14 ຄົນ ທີ່ມາຈາກຄູສອນ ແລະ ຄູນິເທດພາຍໃນເມືອງສີສັດຕະນາກ ເຝິກອົບຮົມ 4 ວັນ ສຳລັບ 4 ວິຊາຄື: ວິຊາພາສາລາວ ວິທະຍາສາດ ແລະ ສິ່ງແວດລ້ອມ ພາສາອັງກິດ ແລະ ພະລະສຶກສາ.
ໂອກາດນີ້ ທັງສອງທ່ານໄດ້ເຂົ້າຮ່ວມສັງເກດການເຝິກອົບຮົມວິຊາພາສາລາວ ໂອ້ລົມສົນທະນາກັບຄູເຝິກ ແລະ ຄູທີ່ໄດ້ເຂົ້າຮ່ວມການອົບຮົມ ພ້ອມທັງສະແດງຄວາມຊົມເຊີຍ ແລະ ມີຄຳເຫັນຕໍ່ກັບການເຝິກອົບຮົມຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ໄດ້ມອບປຶ້ມໄວຍາກອນລາວປັດຈຸບັນ ໃຫ້ຄູສອນຊັ້ນປະຖົມສຶກສາຂັ້ນ ປ3 ຈໍານວນ 13.100 ຫົວ ເຊິ່ງລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນແກ່ກະຊວງສຶກສາທິການ ແລະ ກີລາ ໃນການຈັດພິມປຶ້ມໄວຍາກອນລາວຊຸດນີ້.
ຂ່າວ-ພາບ : ບຸນມີ