ໃນວັນທີ 18 ສິງຫາ 2021 ທີ່ໂຮງຮຽນປະຖົມດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນການລົງຢ້ຽມຢາມ ຕິດຕາມການເຝິກອົບຮົມຫຼັກສູດຂັ້ນ ປ3 ສະບັບປັບປຸງໃໝ່ ໃຫ້ແກ່ຄູສອນ ແລະ ຄູສຶກສານິເທດ ທ່ານ ສຮ ປອ ພຸດ ສີມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດສະຖານທູດອົດສະຕຣາລີ ປະຈໍາລາວ ພ້ອມຄະນະ ໄດ້ມອບປື້ມໄວຍາກອນລາວ ສະບັບປັບປຸງໃໝ່ ຈຳນວນ 13.100 ຫົວ ໃຫ້ກັບຄູ-ອາຈານ ແລະ ຄະນະຜູ້ບໍລິຫານການສຶກສາໃນຊຸດອົບຮົມຄັ້ງນີ້.

ປື້ມໄວຍະກອນລາວ ສະບັບປັບປຸງໃໝ່ ຈຳນວນ 13.100 ຫົວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອໃຫ້ກະຊວງສຶກສາທິການ ແລະ ກີລາ ຈັດຈັດພີມປື້ມດັ່ງກ່າວ ເຊິ່ງປື້ມໄວຍະກອນພາສາລາວ ໄດ້ດໍາເນີນການແຈກຢາຍໃຫ້ຄູເຝິກຫຼັກແຫຼ່ງ ຄູເຝິກຂັ້ນແຂວງ ນະຄອນຫຼວງ ລວມທັງຄູ ປ3 ແລະ ຄູສຶກສານິເທດ ໂດຍຜ່ານການຈັດເຝິກອົບຮົມຫຼັກສູດຂັ້ນ ປ3 ໃນບັນດາກົມກອງອ້ອມຂ້າງກະຊວງສຶກສາທິການ ແລະ ກີລາ ພະແນກສຶກສາທິການ ແລະ ກີລາແຂວງ ທຸກແຂວງ ວິທະຍາໄລຄູທຸກແຫ່ງ ແລະ ຫ້ອງການສຶກສາທິການ ແລະ ກີລາເມືອງທຸກເມືອງ ໄດ້ຮັບປື້ມໄວຍະກອນດັ່ງກ່າວ.

ສໍາລັບປື້ມໄວຍະກອນລາວສະບັບປັບປຸງໃໝ່ນີ້ ໄດ້ຮັບການພັດທະນາຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອນໍາໃຊ້ເປັນບ່ອນອີງໃນການນໍາໃຊ້ເຂົ້າໃນຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາລາວ ເຊິ່ງສະແດງໃຫ້ເຫັນເຖິງມາດຕະຖານຂອງພາສາລາວໃນປັດຈຸບັນ ເຊັ່ນ: ໄວຍະກອນ ການອອກສຽງ ການສະກົດຄໍາ ສະຫຼະ ພະຍັນຊະນະ ສຽງຂຶ້ນລົງ ຕົວເລກ ແລະ ການນັບ ຕົວຫຍໍ້ ແລະ ຮູບແບບການຂຽນ ແລະ ການຈັດລຽງໃຫ້ຖືກຕ້ອງ ຈະແຈ້ງ ຮູບແບບການນໍາໃຊ້ພາສາລາວ ໂດຍໄດ້ຮັບຮອງຈາກສະຖາບັນຄົ້ນຄວາວິທະຍາສາດການສຶກສາ ເພື່ອຢັ້ງຢືນໃນການນໍາໃຊ້ໄວຍະກອນພາສາລາວ ເຊິ່ງທີມງານນັກຂຽນຫຼັກສູດ ສໍາລັບຊັ້ນປະຖົມ ແລະ ມັດທະຍົມ ໄດ້ນໍາໃຊ້ປຶ້ມດັ່ງກ່າວໃນການຂຽນ ແລະ ພັດທະນາຫຼັກສູດໃໝ່.

ຂ່າວ-ພາບ : ບຸນມີ