ວັນທີ 18 ສິງຫາ 2021 ທີ່ໂຮງແຮມເໝືອງແທັງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ຈັດກອງປະຊຸມຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫົວໜ້າຄະນະຊີ້ນໍາໂຄງການ ມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ບັນດາກະຊວງ ແລະ ກົມກອງ ຜູ້ຕາງໜ້າຈາກທະນາຄານໂລກປະຈໍາລາວ ແລະ 5 ທະນາຄານທຸລະກິດເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ ເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຕົ້ນປີ 2021 ແລະ ປຶກສາຫາລືບັນຫາຕ່າງໆໃນການການຈັດຕັ້ງປະຕິບັດໂຄງການຕໍ່ໜ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໄດ້ສົ່ງຜົນກະທົບທາງລົບຕໍ່ກັບການດຳເນີນທຸລະກິດ ໂດຍສະເພາະ ຈວນກ ເນື່ອງຈາກວ່າທຸລະກິດຂະໜາດນ້ອຍແມ່ນໄດ້ຮັບຜົນກະທົບທາງລົບຕໍ່ກັບຕ່ອງໂສ້ການສະໜອງເຊັ່ນ ການສະໜອງແຮງງານ ການນຳເຂົ້າວັດຖຸດິບ ແລະ ການສະໜອງຄວາມຕ້ອງການຂອງຕະຫຼາດຢູ່ໃນລາວ ມີບາງທຸລະກິດຖືກປິດກິດຈະການ ຢຸດເຊົາຊົ່ວຄາວ ແລະ ຢຸດການຈ້າງພະນັກງານ ພ້ອມກັນນັ້ນ ມີບາງທຸລະກິດກໍມີການຂະຫຍາຍຕົວ ແລະ ທຸລະກິດທີ່ເກີດຂື້ນໃໝ່ ຈາກການຫັນວິກິດໃຫ້ເປັນໂອກາດ ແຕ່ກມີຈໍານວນໜ້ອຍ ດ້ວຍເຫດຜົນດັ່ງກ່າວ ລັດຖະບານຈຶ່ງໄດ້ມີນະໂຍບາຍໃຫ້ການສະໜັບສະໜູນທາງດ້ານການເງິນ ແລະ ຊ່ວຍເຫຼືອທາງດ້ານວິຊາການ ຫຼື ຮູບແບບການຊ່ວຍເຫຼືອອື່ນໆໃຫ້ກັບ ຈວນກ ເພື່ອຊ່ວຍເຫຼືອຜູ້ປະກອບກິດຈະການທີ່ຖືກຜົນກະທົບ ໃຫ້ສາມາດຮັບມື ແລະ ຟື້ນຟູສູ່ສະພາບປົກກະຕິໂດຍໄວ.

ໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສະຫະກໍາ ແລະ ການຄ້າ ຫົວໜ້າໂຄງການ MSME A2F-ESR ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດໂຄງການ 6 ເດືອນທ້າຍປີ ເປັນຕົ້ນແມ່ນພາບລວມຂອງໂຄງການ ຈຸດປະສົງ ແລະ ໜ້າວຽກຫຼັກຂອງໂຄງການ ສະພາບ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ສະເໜີກິດຈະກໍາປະຈໍາໄຕມາດທີ 3 2021 ນອກຈາກນີ້ ກອງປະຊຸມໄດ້ມີການປຶກສາຫາລືໃນຫຼາຍບັນຫາ ແລະ ຍົກໃຫ້ເຫັນສິ່ງທ້າທາຍຂອງການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ພ້ອມທັງໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.
ຂ່າວ-ພາບ : ອົ່ນ ໄຟສົມທອງ