ສະມາຄົມມັງກອນທອງ ແບ່ງປັນນໍ້າໃຈຕ້ານໄພໂຄວິດ-19

    ພິທີມອບເຄື່ອງ ຂອງສະມາຄົມມັງກອນທອງ ແບ່ງປັນນໍ້າໃຈຕ້ານໄພໂຄວິດ-19 ເພື່ອປະກອບສ່ວນຊ່ວຍເຫຼືອທາງພາກລັດ ເຈົ້າໜ້າທິີ່ສະເພາະກິດ ໂຮງໝໍ ແລະ ອື່ນໆ ຈັດຂຶ້ນໃນວັນທີ 17 ສິງຫາ 2021 ທີ່ຮ້ານອາຫານ ຟິນິກ (ໃກ້ໆກັບໂຮງແຮມແລນມາກ) ນໍາໂດຍທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະມາຄົມມັງກອນທອງ ທັງເປັນປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ພ້ອມດ້ວຍອ້າຍນ້ອງພາຍໃນສະມາຊິກ ແລະ ບໍລິສັດຫ້າງຮ້ານຕ່າງໆ ເປັນຕົ້ນ ຮ້ານເບ ປີ້ງແບ້ ສະຫວັນມາລວຍ ບໍລິສັດ ເອສເຄ ແລະ ອື່ນໆເຂົ້າຮ່ວມຢ່າງພ້ອມພຽງ.

    ໂອກາດດັ່ງກ່າວ ທ່ານ ວັດທະນາໄຊ ລາດສະວົງສິງ ໃຫ້ສໍາພາດວ່າ:  ດັ່ງທີ່ຮູ້ ໃນປັດຈຸບັນ ສປປ ລາວ ກໍເປັນອີກປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ດັ່ງນັ້ນ ສະມາຄົມມັງກອນທອງພວກເຮົາຈຶ່ງໄດ້ລະດົມທຶນຊື້ເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ນໍ້າດື່ມ 1.900 ແພັກ ສະເປລ້າງມື 24 ແກັດ ຜ້າປິດປາກ 21 ແກັດ ກາເຟ 1 ແກັດ ໝີ່ 10 ຫີບ ໝີ່ກ໋ອງ 10 ຫີບ ເຂົ້າສານ 30 ເປົາ ຖົງມື 2 ແກັດ ປາກະປ໋ອງ 10 ແກັດ ຢາຖູແຂ້ວ-ແປງ 60 ແພັກ ແລະ ສະບູ 60 ແພັກ ລວມມູນຄ່າ 80 ລ້ານກວ່າກີບ ຈາກສະມາຊິກ ແລະ ອ້າຍເອື້ອຍນ້ອງພາຍໃນສະມາຄົມ ເພື່ອໄປຊ່ວຍພີ່ນ້ອງຊາວລາວ ກໍຄືຊ່ວຍເຫຼືອທາງພາກລັດ ເຈົ້າໜ້າທິີ່ສະເພາະກິດ ໂຮງໝໍ ແລະ ອື່ນໆ ທີ່ໄດ້ຮັບຜົນກະທົບ.

     ສໍາລັບສະມາຄົມມັງກອນທອງ ກ່ອນໜ້ານີ້ ແມ່ນເປັນສ່ວນໜຶ່ງໃນການຊຸກຍູ້ຄະນະນັກກີລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນພາຣາແລມປິກ 2020 ທີ່ປະເທດຍີ່ປຸ່ນ ທີ່ຈະແຂ່ງຂັນໃນທ້າຍເດືອນນີ້ ເຊິ່ງຄັ້ງນີ້ ເຄື່ອງທີ່ພວກເຮົາລະດົມມາ ພວກເຮົາຈະໄປແຈກຢາຍໃຫ້ກັບພາກສ່ວນຕ່າງ ລວມທັງໝົດ 14 ຈຸດ ເປັນຕົ້ນແມ່ນຈຸດທໍາອິດທີ່ພວກເຮົາໄປມອບ ແມ່ນໂຮງໝໍພາກສະໜາມລ້ານຊ້າງ ອິນດໍ ໂຮງໝໍມິດຕະພາບ 150 ຕຽງ ກົມໃຫຍ່ຕໍາຫຼວດ ແລະ ອື່ນໆ ແນວໃດກໍຕາມ ແນ່ນອນວ່າໄລຍະນີ້ ທຸກຄົນໄດ້ຮັບຜົນກະທົບຫຼາຍເຊັ່ນດຽວກັບພວກເຮົາ ແຕ່ພວກເຮົາກໍເຫັນໄດ້ເຖິງຄວາມສໍາຄັນ ແລະ ຈໍາເປັນ ຈຶ່ງໄດ້ແບ່ງປັນນໍ້າໃຈຊ່ວຍພາກລັດ ແລະ ພໍ່ແມ່ປະຊາຊົນລາວນໍາກັນ ຢ່າງໃດກໍຕາມ ສຸດທ້າຍກໍຂໍໃຫ້ທຸກຄົນສູ້ໆ ແລະ ຜ່ານຜ່າວິດກິດນີ້ໄປນໍາກັນ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!