ລາງວັນ Y-E-S ແລະ Y-E-S Plus ແມ່ນລາງວັນການສຶກສາຂອງມູນິທິຮອນດາ ປະເທດຍີ່ປຸ່ນ ໂດຍປີໜຶ່ງຈະມີການເປີດຮັບສະໝັກຄັ້ງໜຶ່ງ ເຊິ່ງຮັບສະເພາະນັກສຶກສາ 3 ຄະນະຄື ຄະນະວິສະວະກຳສາດ ຄະນະຊັບພະຍາກອນນໍ້າ ແລະ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ໂດຍຈະໃຫ້ລາງວັນການສຶກສາ 2 ຄົນ ໃນ 2 ຄົນທີ່ຜ່ານການຄັດເລືອກຂອງຄະນະກຳມະການແລ້ວ ຈະໄດ້ຮັບຫຼຽນລາງວັນຊະນະເລີດ ໃບຢັ້ງຢືນ ແລະ ເງິນ 3.000 ໂດລາສະຫະລັດ ພາຍຫຼັງໄດ້ຮັບລາງວັນ Y-E-S ແລ້ວ ຜູ້ກ່ຽວສາມາດຮຽນຕໍ່ລະດັບປະລິນຍາໂທ ປະລິນຍາເອກ ທີ່ມະຫາວິທະຍາໄລໃດໜຶ່ງໃນປະເທດຍີ່ປຸ່ນ ຫຼັງຈາກນັ້ນ ມູນນິທິຮອນດາກໍຈະມອບທຶນການສຶກສາທີ່ເອີ້ນວ່າ Y-E-S Plus ໃຫ້ຕື່ມອີກ ຫຼືໄປຄົ້ນຄວ້າໄລຍະ 10 ອາທິດຂຶ້ນໄປ.

ສຳລັບເງື່ອນໄຂຜູ້ສະໝັກ ຕ້ອງເປັນສັນຊາດລາວ ອາຍຸຕໍ່າກວ່າ 25 ປີ ແລະ ເປັນນັກສຶກສາຂອງຄະນະວິສະວະກຳສາດ ຄະນະຊັບພະຍາກອນນໍ້າ ແລະ ຄະນະວິທະຍາສາດທຳມະຊາດ ທີ່ກຳລັງສຶກສາຢູ່ປີ 3-4 ເປີດຮັບສະໝັກແຕ່ວັນທີ 19 ສິງຫາ ເຖິງວັນທີ 22 ກັນຍາ 2021 ໂດຍບໍ່ຈຳກັດຈຳນວນຜູ້ເຂົ້າແຂ່ງຂັນ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ສະຖນບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ພະແນກກິດຈະກຳ ເລກໂທລະສັບ 020 55703872 ຫຼື WWW lji.edu.la ເພື່ອເຮັດໃຫ້ຜູ້ທີ່ມີຄວາມສົນໃຈໃນການເຂົ້ນຮ່ວມແຂ່ງຂັນ ສະນັ້ນ ວັນທີ 17 ສິງຫາ ຄະນະວິສະວະກຳສາດ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ຮ່ວມກັນຈັດພິທີປະຖົມນິເທດກ່ຽວກັບລາວວັນຮອນດາ ສຳລັບວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ໃຫ້ແກ່ນັກສຶກສາ ຄະນະວິສະວະກຳສາດ ທາງອອນລາຍ ຜ່ານ ZOOM ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ເປັນກຽດເຜີຍແຜ່ໂດຍທ່ານ ຄຳຜຸຍ ສຸດທິສົມບັດ ແລະ ທ່ານ ພອນແກ້ວ ຈັນທະມາລີ ຮັກສາການຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ