ຫົວເຫວີຍ ຈະນຳໃຊ້ເຕັກໂນໂລຊີດີຈີຕອນ ປັບປຸງລະບົບທາງລົດໄຟໃນອາຊີ-ປາຊີຟິກ

    ຫົວເຫວີຍ ຈັດກອງປະຊຸມປະຈໍາປີ 2021 ຂອງໂຄງການທາງລົດໄຟ ອາຊີ-ປາຊີຟິກ (APAC) ຂຶ້ນວັນທີ 12 ສິງຫາຜ່ານມາ ໃນຮູບແບບອອນລາຍ ຫົວຂໍ້ “ລົດໄຟອັດສະລິຍະ ການເຄື່ອນທີ່ໃນອະນາຄົດທີ່ດີກວ່າ -Smart Rail Better Future Mobility” ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດ- 19 ສົ່ງຜົນໃຫ້ອຸດສາຫະກໍາທາງລົດໄຟພົບອຸປະສັກຄັ້ງໃຫຍ່ ແຕ່ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານທີ່ທັນສະໄໝ ກໍຊ່ວຍມອບຄວາມອັດສະລິຍະໃຫ້ລະບົບທາງລົດໄຟ ເຊິ່ງຊ່ວຍໃຫ້ລະບົບເຫຼົ່ານີ້ຮັບມືກັບບັນຫາຕ່າງໆໄດ້ດີຂຶ້ນ ມີປະສິດທິຜົນສູງ ແຕ່ໃຊ້ຕົ້ນທຶນການດຳເນີນງານຫຼຸດລົງ ພ້ອມສົ່ງມອບບໍລິການໃນພາບລວມໄດ້ດີກວ່າເກົ່າສຳລັບຜູ້ໂດຍສານ ແລະ ຊ່ວຍໃຫ້ດຳເນີນມາດຕະການຕ່າງໆທີ່ມີເປົ້າໝາຍ ເພື່ອຫຼຸດຜ່ອນ ແລະ ບັນເທົາບໍ່ໃຫ້ພະຍາດແຜ່ລະບາດໜັກກວ່າເກົ່າ.

    ກອງປະຊຸມດັ່ງກ່າວ ຈັດຂຶ້ນເປັນປີທີ 2 ໂດຍມີຄູ່ຮ່ວມງານ ຜູ້ຊ່ຽວຊານ ແລະ ສື່ມວນຊົນຫຼາຍກວ່າ 1.300 ຄົນໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ລູກຄ້າ ແລະ ຄູ່ຮ່ວມງານທີ່ສໍາຄັນຂອງຫົວເຫວີຍໃນຂະແໜງທາງລົດໄຟ ເຊັ່ນ: ບໍລິສັດຂົນສົ່ງທາງລົດໄຟມະຫາຊົນ ຮົງກົງ (MTR) ບໍລິສັດຂົນສົ່ງທາງດ່ວນ ຈໍາກັດ ປະເທດສິງກະໂປ (SMRT) ແລະ ຜູ້ໃຫ້ບໍລິການມືອາຊີບ Arup Group Limited ໄດ້ສົນທະນາເພື່ອແລກປ່ຽນປະສົບການກ່ຽວກັບຄວາມສໍາຄັນຂອງການບັນລຸປະສິດທິຜົນໃນການດໍາເນີນງານສໍາລັບລະບົບການຂົນສົ່ງໃນຕົວເມືອງ ໂດຍສະເພາະຜ່ານການດໍາເນີນງານທີ່ບໍ່ມີຄົນຂັບ ແລະ ການຄຸ້ມຄອງຂະບວນການເຮັດວຽກຕ່າງໆ.

    ທ່ານ Kwek Hyen Chee ຫົວໜ້າຝ່າຍການຫັນປ່ຽນດີຈີຕອນ ແລະ ນະວັດຕະກໍາທາງທຸລະກິດຈາກ SMRT ກ່າວວ່າ: ຄົນສິງກະໂປສ່ວນໃຫຍ່ ໄດ້ປັບປ່ຽນວິຖີຊີວິດໃນຊຸມຊົນຂອງຕົນໃຫ້ເຂົ້າກັບຮູບແບບການເດີນທາງທີ່ເປັນມິດກັບສິ່ງແວດລ້ອມ ແລະ ສົ່ງເສີມຄວາມຍືນຍົງ ເພື່ອສະແດງຄວາມຮັບຜິດຊອບຕໍ່ສັງຄົມ ໂດຍການນໍາໃຊ້ການບໍລິການຂົນສົ່ງສາທາລະນະໃນສະພາບແວດລ້ອມໃນຕົວເມືອງ ຕົນຮູ້ສຶກວ່າເຕັກໂນໂລຊີພ້ອມແລ້ວ ຄວາມທ້າທາຍຂຶ້ນກັບວ່າພວກເຮົາຈະຫັນປ່ຽນສະພາບການເຮັດວຽກ ບຸຄະລາກອນເຮັດວຽກ ແລະ ຂັ້ນຕອນການເຮັດວຽກໄດ້ແນວໃດ.

    ທ່ານ Aaron Wang ຮອງປະທານອາວຸໂສຂອງກຸ່ມທຸລະກິດວິສາຫະກິດປະຈຳອາຊີ-ປາຊີຟິກ ຂອງຫົວເຫວີຍ ໄດ້ກ່າວເຖິງຄວາມທ້າທາຍຕ່າງໆອັນເປັນຜົນຈາກການລະບາດຄັ້ງໃຫຍ່ ແຕ່ເວລາດຽວກັນ ບັນຫາທ້າທາຍເຫຼົ່ານີ້ກໍປ່ຽນໃຫ້ເປັນໂອກາດສຳລັບທຸກອຸດສາຫະກຳໄດ້ເຊັ່ນກັນ ໃນຖານະຜູ້ໃຫ້ບໍລິການໂຊລູຊັ່ນ ICT ລະດັບໂລກ ຫົວເຫວີຍໄດ້ຊ່ວຍໃຫ້ລູກຄ້າ ເຊັ່ນ: Land Transport Authority (LTA) ຂອງສິງກະໂປ MTR ຂອງຮົງກົງ TCDD ຂອງຕວັກກີ ແລະ Deutsche ໂຄງສ້າງພື້ນຖານດັ້ງເດີມພວກເຮົາເຊື່ອວ່າການຫັນປ່ຽນລະບົບທາງລົດໄຟໃຫ້ມີຄວາມເປັນດີຈີຕອນນັ້ນ ຈະນຳໄປສູ່ການຂົນສົ່ງທີ່ດີກວ່າໃນອະນາຄົດ.

    ທ່ານ TC Chew ຜູ້ອຳນວຍການຝ່າຍທຸລະກິດທາງລົດໄຟທົ່ວໂລກຂອງ Arup Group Limited ກ່າວວ່າ: ການໃຊ້ປະໂຫຍດຈາກເຕັກໂນໂລຊີ ກັບລະບົບທາງລົດໄຟໃຫ້ໄດ້ຫຼາຍທີ່ສຸດນັ້ນ ຂຶ້ນກັບບຸກຄົນທີ່ນຳເຕັກໂນໂລຊີນີ້ໄປໃຊ້ ແລະ ເກັບກ່ຽວຈາກຂໍ້ມູນທີ່ມີໃຫ້ເຕັກໂນໂລຊີເຫຼົ່ານີ້ ລວມເຖິງການນຳເອົາຄວາມສະຫຼາດນີ້ໄປໃຊ້ ເພື່ອໃຫ້ພວກເຮົາຕັດສິນໃຈໄດ້ດີຂຶ້ນໃນການບໍລິຫານ ເບິ່ງແຍງລະບົບທາງລົດໄຟແຕ່ລະວັນ ການບຳລຸງຮັກສາຊັບສິນ ຕະຫຼອດເຖິງການສົ່ງມອບບໍລິການໃຫ້ລູກຄ້າ.

    ທ່ານ Changquan Luo ຜູ້ອໍານວຍການຝ່າຍສະຖານີລົດໄຟໃຕ້ດິນ Digital Innovation Studio ຈາກເມືອງເຊິນເຈິ້ນ ໄດ້ອະທິບາຍຄວາມເປັນມາຂອງຍຸດທະສາດການຫັນປ່ຽນດີຈີຕອນ ໂດຍມີເປົ້າໝາຍເພື່ອຕອບສະໜອງຄວາມຕ້ອງການລະດັບປະເທດ ໃນການສ້າງຄວາມເຂັ້ມແຂງຂອງລະບົບການຂົນສົ່ງ ແລະ ສົ່ງເສີມການພັດທະນາຢ່າງມີຄຸນນະພາບ ຂະນະທີ່ໃຫ້ຄວາມສຳຄັນໃນການນຳໃຊ້ເຕັກໂນໂລຊີດີຈີຕອນ ຄວາມເປັນເລີດດ້ານການປະຕິບັດງານ ແລະ ການໃຫ້ບໍລິການຕ່າງໆ ແພລດຟອມ ROMA ຂອງຫົວເຫວີຍມີການນຳໄປໃຊ້ ເພື່ອໃຫ້ບໍລິການແບ່ງປັນຂໍ້ມູນ ແລະ ສ້າງພື້ນທີ່ເກັບຂໍ້ມູນແບບລວມກັນ ແລະ ໄດ້ເພີ່ມເຂົ້າຕື່ມ ແພລດຟອມສະຖານີອັດສະລິຍະນີ້ ເຮັດໜ້າທີ່ຫຼໍ່ຫຼອມ ແລະ ເຊື່ອມໂຍງການບໍລິການຕ່າງໆ ເພື່ອໃຫ້ເກີດການລວມກັນຂອງເຄືອຂ່າຍຕ່າງໆຈາກອຸປະກອນ ສູ່ Cloud ເຕັກໂນໂລຊີດັ່ງກ່າວ ມີສ່ວນຊ່ວຍເຮັດໃຫ້ Smart Station 1.0 ເປັນໄປໄດ້.

# ຂ່າວ & ພາບ :  ສະບາໄພ

error: Content is protected !!