ຫວຍ​ພັດທະນາ​ຊ່ວຍອຸປະກອນ​ຮັບ​ໃຊ້​ວຽກ​ງານໃຫ້​ເມືອງ​ພູ​ຄູນ

    ໂດຍເຫັນໄດ້ຄວາມສຳຄັນຂອງຂະແໜງການສຶກສາ ໃນການສ້າງບຸຄະລາກອນໃຫ້ມີຄວາມຮູ້ຄວາມສາມາດເພື່ອຮັບໃຊ້ປະເທດຊາດບ້ານເມືອງ ໂດຍສະເພາະ ເຂດການສຶກສາຊົນນະບົດຫ່າງໄກສອກຫຼີກ ໃຫ້ມີເຄື່ອງອຸປະກອບຮັບໃຊ້ວຽກງານການ​ສຶກສາ ດັ່ງນັ້ນ ບໍລິສັດ ລັດວິສາຫະກິດຫວຍພັດທະນາ ກະຊວງການເງິນ ໄດ້ປະກອບສ່ວນສະໜັບສະໜູນຄອມພິວເຕີຕັ້ງໂຕະ ແລະ ເຄື່ອງພິມໃຫ້ຫ້ອງການສຶກສາທິການ ແລະ ກີລາເມືອງພູຄູນ 1 ຊຸດ ແລະ ໂຮງຮຽນປະຖົມສຶກສາຄູນຜາເງິນ 1 ຊຸດ ເມືອງພູຄູນ ແຂວງຫຼວງພະບາງ ລວມມູນຄ່າທັງໝົດ 12.780.000 ກີບ.

   ພິທີມອບ ຈັດຂຶ້ນວັນທີ 11 ສິງຫາ 2021 ທີ່ສໍານັກງານໃຫຍ່ບໍລິສັດລັດວິສາຫະກິດຫວຍພັດທະນາ ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານນາງ ແກ້ວຄູນມີ ກົມມະເມືອງ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາ ແລະ ຮັບໂດຍທ່ານ ລຽບ ມະນີຈັນ ຕາງໜ້າຫ້ອງການສຶກສາທິການ ແລະ ກີລາເມືອງພູຄູນ ມີ​ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ​ໂອກາດ​ນີ້ ​ທ່ານ ລຽບ ມະນີ​ຈັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງມາຄະ​ນະ​ອຳນວຍ​ການ ​ກໍ​ຄື​ບໍລິສັດ ລັດ​ວິ​ສາ​ຫະກິດ​ຫວຍ​ພັດ​ທະນາ ​ທີ່​ເຫັນ​ໄດ້​ຄວາມ​ສຳຄັນ​ວຽກ​ງານ​ການ​ສຶກສາ​ເຂດ​ຊົນນະບົດ​ ທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອ​ເຄື່ອງ​ອຸປະກອນ​ທີ່​ຈຳ​ເປັນເພື່ອຮັບໃຊ້​ເຂົ້າ​ໃນວຽກງານບໍລິຫານພາຍໃນຫ້ອງການສຶກສາເມືອງ ແລະ ວຽກງານບໍລິຫານພາຍໃນໂຮງຮຽນຄັ້ງ​ນີ້ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ​ໃນ​ໂອກາດ​ໜ້າ​ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບໍລິສັດ​ຕື່ມ​ອີກ ​ເພື່ອ​ພ້ອມ​ກັນ​ພັດທະນາ​ວຽກງານ​ການ​ສຶກສາ​ຢູ່​ເຂດ​ຊົນ​ນະ​ບົດ​ໃຫ້​ເທົ່າ​ທຽມ​ກັບ​ຕົວ​ເມືອງ ​ແລະ ພາກ​ພື້ນ​ໃນ​ອະນາຄົດ​ຂ້າ​ງໜ້າ.

ຂ່າວ-ພາບ :  ສົມສະຫວັນ

error: Content is protected !!