ວັນທີ 16 ສິງຫາ 2021 ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດເຝິກອົບຮົມ ກວດສອບເລຂາ-ຮອງເລຂາຮາກຖານພັກ ຄັ້ງທີ II ຂຶ້ນ ມີທ່ານ ພັນເອກ ບຸນວານ ພົມມະວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ນວ ທ່ານ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ບັນດາຄະນະພັກກອງບັນຊາການ ແລະ ອົງການ 5 ຫ້ອງເຂົ້າຮ່ວມ.

ທ່ານ ພັນໂທ ບຸນຖົມ ໄຊສັງທອງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນວ ຂຶ້ນຜ່ານແຜນການອົບຮົມວ່າ:ເປົ້າໝາຍທີ່ເຂົ້າຮ່ວມຄັ້ງນີ້ມີບັນດາເລຂາ-ຮອງເລຂາ ຄະນະພັກຮາກຖານ ແລະ ໜ່ວຍພັກໃນທົ່ວອົງຄະນະພັກກອງບັນຊາການທະຫານ ນວ ມີ 20 ຄະນະພັກຮາກຖານ 78 ໜ່ວຍພັກ ມີສຳມະນາກອນ 138 ຄົນ ແບ່ງອອກເປັນ 8 ຈຸ ຄົ້ນຄວ້າ ຈະໄດ້ດໍາເນີນເປັນເວລາ 10 ວັນຈຶ່ງສໍາເລັດ ໃນນັ້ນຈະໄດ້ຮໍ່າຮຽນພາກທິດສະດີ ພາກປະຕິບັດຕົວຈິງ ແລະ ພາກຄົ້ນຄວ້າ.

ການຈັດອົບຮົມຄັ້ງນີ້ເພື່ອຍົກສູງຄວາສາມາດໃນການນຳພາຮອບດ້ານການຈັດຕັ້ງຂອງພັກ ແນໃສ່ບຳລຸງໃຫ້ຖັນແຖວເລຂາໜ່ວຍພັກ ແລະ ສະມາຊິກພັກໄດ້ມີຄວາມຮູ້ພື້ນຖານໃນທັດສະນະຫຼັກການນຳພາໃນຮາກຖານຂອງພັກ ຍົກສູງຄວາມສາມາດໃນການຈັດຕັ້ງປະຕິບັດນຳໃຊ້ທິດສະດີການກໍ່ສ້າງພັກ ທັງເປັນການປະກອບສ່ວນເຂົ້າໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກອງບັນຊາການທະຫານ ນວ ໃຫ້ໜັກແໜ້ນເຂັ້ມແຂງ ຍົກສູງຄວາມຮັບຜິດຊອບ ໃນການນຳພາຂອງແຕ່ລະຄະນະພັກ ຖັນແຖວເລຂາໜ່ວຍພັກ ແລະ ບັນດາສະຫາຍສະມາຊິກພັກ ເຮັດສຳເລັດໜ້າທີ່ການເມືອງຂອງຕົນຮູ້ໜູນໃຊ້ຫົວຄິດປະດິດສ້າງບັນດາທັດສະນະບົນຫຼັກການຂອງພັກເຂົ້າໃນການແກ້ໄຂໜ້າທີ່ຕົວຈິງຢູ່ແຕ່ລະກົມກອງໃຫ້ໄດ້ຮັບຜົນສູງ ແລະ ມີຄວາມກ້າວໜ້າຂຶ້ນເລື້ອຍໆ.

ສົມສະຫວັນ ຮູບ 17.8.2021