ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານສະກັນກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດຢູ່ປະເທດລາວເຮົາ ກໍຄືຢູ່ນະຄອນຫຼວງວຽງຈັນ ໄດ້ພ້ອມກັນປະກອບສ່ວນວັດຖຸປັດໄຈຕ່າງໆໃຫ້ແກ່ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານ ຕ້ານພະຍາດໂຄວິດ-19 ທີ່ນະຄອນຫຼວງວຽງຈັນສ້າງຂຶ້ນເມື່ອບໍ່ດົນຜ່ານມານີ້.

ວັນທີ 13 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ບໍລິສັດ ຊີພີລາວ ຈຳກັດ ໄດ້ນຳເອົາເຄື່ອງບໍລິໂພກທີ່ເປັນຜະລິດຕະພັນຂອງບໍລິສັດຕົນ ປະກອບມີ ໄຂ່ໄກ່ 200 ແຕະ ແລະ ນໍ້າດື່ມ 200 ແພັກ ລວມມູນຄ່າທັງໝົດ 12 ລ້ານກີບ ມາມອບໃຫ້ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານ ຕ້ານພະຍາດໂຄວິດ-19 ກ່າວມອບໂດຍທ່ານ ທໍານອງ ພົນທອງມາກ ປະທານບໍລິສັດ ຊີພີລາວ ຈຳກັດ ແລະ ກ່າວຮັບໂດຍທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ແລະ ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງ ນວ ມີທ່ານຮອງຫົວໜ້າຫ້ອງວ່າການ ນວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
