​ສຳ​ເລັດ​ກໍ່ສ້າງໂຄງການ​ຊົນລະປະທານ​ອ່າງ​ເກັບ​ນໍ້າ​ນໍ້າ​ແກບ​

    ພິທີມອບ-ຮັບໂຄງການຊົນລະປະທານອ່າງເກັບນໍ້ານໍ້າແກບ ເມືອງຊະນະຄາມ ແຂວງວຽງຈັນ ລະຫວ່າງບໍລິສັດ ແພງພອນກໍ່ສ້າງ ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ກັບກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ຈັດຂຶ້ນວັນທີ 13 ສິງຫາ 2021 ກ່າວມອບໂດຍທ່ານນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດ ແພງພອນກໍ່ສ້າງ ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານນາງ ບຸນທຽນ ວົງໄກສອນ ຮອງຫົວໜ້າກົມຊົນລະປະທານ ຈາກນັ້ນ ໄດ້ມອບຕໍ່ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊະນະຄາມ ເປັນຜູ້ຄຸ້ມຄອງນໍາໃຊ້ຕໍ່ໄປໃຫ້ເກີດປະໂຫຍດສູງສຸດ ມີທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງຊະນະຄາມ ຕາງໜ້າກົມກ່ຽວຂ້ອງກະຊວງການເງິນ ກະຊວງແຜນການ ແລະ ການລົງທຶນ ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

   ​ໂຄງການ​ກໍ່ສ້າງ​ຊົນລະປະທານ​ອ່າງ​ເກັບ​ນໍ້າ​ນໍ້າ​ແກບ​ ຕັ້ງ​ຢູ່​ບ້ານ​ນາ​ແກບ ​ເມືອງ​ຊະນະ​ຄາມ ​ແຂວງ​ວຽງ​ຈັນ ຈຸດ​ຫົວ​ງານ​ຕັ້ງ​ຫ່າງ​ຈາກ​ບ້ານ​ນາ​ແກບ 2,2 ກິ​ໂລ​ແມັດ ຫ່າງ​ຈາກ​ຕົວ​ເມືອງ​ຊະນະ​ຄາມ​ປະມານ 37,5 ກິ​ໂລ​ແມັດ ​ໂດຍ​ແມ່ນ​ກົມ​ຊົນລະປະທານ​ເປັນ​ເຈົ້າ​ຂອງ​ໂຄງການ ບໍລິສັດ ແພງພອນກໍ່ສ້າງ ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ ​ແລະ ບໍລິສັດ ວັນ​ຈະ​ເລີ​ນຊັບ ​ວິສະວະກຳ​ທີ່​ປຶກສາ ຈຳກັດ  ​ເປັນ​ທີ່​ປຶກສາ  ໂຄງການ​​ມີມູນ​ຄ່າທັງ​ໝົດ 86,22 ຕື້​ກີບ ໂດຍ​ແມ່ນ​ງົບປະມານ​ຂອງ​ລັດ ເລີ່​ມກໍ່ສ້າງວັນ​ທີ 3 ພະຈິກ 2017 ​ແລະ ສຳ​ເລັດ​ວັນ​ທີ 12 ສິງຫາ 2021 ສຳ​ເລັດ​ກ່ອນ​ແຜນການ 1 ປີ ​ໂຄງການ​ມີ​ຫົວ​ງານ​ເປັນ​ເຂື່ອນ​ດິນ​ສູງ 23 ​ແມັດ ກວ້າງ 8 ​ແມັດ ​ແລະ ຍາວ 185,20 ​ແມັດ ບໍລິ​ມາດ​ນໍ້າ​ໃນ​ອ່າງ​ນໍ້າ​ຕາຍ 292.227 ​ແມັດ​ກ້ອນ ບໍລິ​ມາດ​ນໍ້າ​ໃຊ້ 2.079.822 ​ແມັດ​ກ້ອນ  ບໍລິ​ມາດ​ນໍ້າ​ປົກກະຕິ 2.375.367 ​ແມັດ​ກ້ອນ  ​ແລະ ບໍລິ​ມາດ​ນໍ້ານອງ​ສູງ 2.569.475 ​ແມັດ​ກ້ອນ ມີ​ຄອງ​ເໝືອງ 5 ​ເສັ້ນ ມີ​ຄວາມ​ຍາວ​ທັງ​ໝົດ 14,97 ກິ​ໂລ​ແມັດ ​​ເຊິ່ງ​ໂຄງການ​ດັ່ງກ່າວ ​ເປັນ​ໂຄງການ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ເຂດ​ພູ​ພຽງ​ ມີ​ເນື້ອ​ທີ່​ທັງ​ໝົດ 530 ​ເຮັກຕາ ​ແລະ ​ເນື້ອ​ທີ່​ປູກ​ພືດ​ລະດູ​ແລ້ງ 120 ​ເຮັກຕາ ລັກສະນະ​ຂອງ​ເນື້ອ​ທີ່​ນາ​ມີ​ຄວາມ​ຄ້ອຍ​ລຽບ​ໄປ​ຕາມ​ສາຍ​ນໍ້າ​ແກບ ​ແລະ ສາຍ​ນໍ້າ​ມີ້​ຈຶ່ງ​ມີ​ຄວາມ​ເໝາະ​ສົມ​ໃນ​ການ​ສົ່ງ​ນໍ້າ​ໄຫຼເອງ ​ຈຸດປະສົງ ​ແລະ ເປົ້າ​ໝາຍຂອງ​ໂຄງການ​ເພື່ອ​ຮັບປະກັນ​ໃນ​ການ​ສະໜອງ​ນໍ້າ​ໃຫ້​ແກ່​ການ​ປູກຝັງ-ລ້ຽງສັດ​ໃນ​ເຂດ​ພື້ນ​ທີ່​ໂຄງການ​ໃຫ້​ໄດ້​ເຮັດ​ການ​ຜະລິດ​ກະສິກຳ​ໄດ້​ທັງ​ສອງ​ລະດູ​ຄື:ລະດູ​ແລ້ງ ​ແລະ ລະດູຝົນ ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ພື້ນ​ທີ່ 3 ບ້ານ​ຄື: ບ້ານ​ນາ​ແກບ ບ້ານ​ນາ​ກາງ ​ແລະ ບ້ານ​ນາມ​ອຍ ປະກອບ​ມີ 636 ຫຼັ​ງຄາ​ເຮືອນ ​ເພື່ອ​ຊອກ​ຫາ​ທາງ​ອອກ​ໃນ​ການຈັດ​ສັນ​ອາຊີບ​ຄົງ​ທີ່​ໃຫ້​ປະຊາຊົນ​ເຂດ​ໂຄງການ ​ໃນ​ການ​ບໍລິຫານ​ຄຸ້ມ​ຄອງ​ຊັບພະຍາກອນ​ນໍ້າ​ແບບ​ປະສົມ​ປະສານ ​ແລະ ​ເພື່ອ​ໃຫ້​ປະຊາຊົນ​ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ມີ​ທາງ​ເລືອກ​ໃໝ່​  ​ແລະ ມີ​ສ່ວ​ນຮ່ວມ​ໃນ​ການວາງ​ແຜນ​ພັດທະນາ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ມີ​ຄວາມ​ໝັ້ນຄົງ ນອກ​ນີ້ ​ໂຄງການ​ຍັງ​ລົບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ຂົງ​ເຂດ​ທີ່​ນອນ​ໃນ​ເຂດ​ໂຄງການ​ໃຫ້​ຫຼຸດ​ພົ້ນອອກ​ຈາກ​ບ້ານ​ທຸກ​ຍາກ​ຂອງ​ເມືອງ​ຊະນະ​ຄາມ ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ເຂດ​ໂຄງ​ການ​ໃຫ້​ເຂັ້ມ​ແຂງ ​ເພີ່ມ​ເນື້ອ​ທີ່​ການ​ຜະລິດ ຍົກ​ສູງສະມັດ​ຕະພາບ​ການ​ຜະລິດ​ເຂົ້ານາ​ແຊງ​ໃຫ້​ໄດ້ 4,5 ​ໂຕ​ຄນຕໍ່​ເຮັກຕາ ​ແລະ ນາປີ​ໃຫ້​ໄດ້ 4 ​ໂຕນ​ຕໍ່​ເຮັກຕາ ສົ່ງ​ເສີມ​ການ​ປູກ​ພືດ ​ແລະ ລ້ຽງສັດ​ເປັນ​ສິນຄ້າ​ຂອບ​ເຂດ​ເມືອງ​ຊະນະ​ຄາມ​ໃນ​ອະນາຄົດ ​ແລະ ຈັດ​ຕັ້ງ​ກຸ່ມ​ການ​ຜະລິດ ກຸ່ມ​ຜູ້ນຳ​ໃຊ້​ນໍ້າຂອງ​ປະຊາຊົນ​ໃນ​ເຂດ​ໂຄງການ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ.

    ​ໃນ​ໂອກາດ​ດັ່ງກ່າວ​ນີ້ ​ອຳນາດ​ການ​ປົກຄອງ​ ​ແລະ ປະຊາຊົນ 3 ບ້ານ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ ​ຍັງ​ໄດ້​ຈັດ​ພິທີ​ບາສີສູ່ຂວັນຕາມ​ປະ​ເພນີ​ໃຫ້​ປະທານ​ບໍລິສັ​ດ​ແພງ​ພອນກໍ່ສ້າງ ຂົວ​ທາງ ​ແລະ ຊົນລະປະທານ ຈຳກັດ​ຜູ້​ດຽວ ພ້ອມ​ແຂກ​ທີ່​ເຂົ້າ​ຮ່ວມ​ງານ ​ເພື່ອ​ສະ​ແດ​ງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພັກ-ລັດ ​ແລະ ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ໂຄງການທີ່​ມີ​ຕໍ່​ປະຊາຊົນຕື່ມ​ອີກ. ​

ຂ່າວ-ພາບ :  ສົມສະຫວັນ

error: Content is protected !!