ວັນທີ 13 ສິງຫາ 2021 ທ່ານ ແສງສຸບັນ ໄຊສະຫັວນ ຮອງເຈົ້າເມືອງທ່າແຕງ ແຂວງເຊກອງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ສອງຄອບຄົວທີ່ທຸກຍາກຂາດເຂີນຢູ່ບ້ານທົ່ງຫວາຍ ມີອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີສັກດາ ແສງນາລີວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງທ່າແຕງ ກ່າວວ່າ: ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ: ຖ້ວຍ ຊາມ ຊຸດແຕ່ງກິນ ເຄື່ອງນຸ່ງຫົ່ມ ເຂົ້າສານ ເກືອ ນ້ຳຕານ ແລະ ໂອຕັກນ້ຳ ໂດຍເຄື່ອງດັ່ງກ່າວ ໄດ້ມາຈາກຄະນະກໍາມະການຄວບຄຸມໄພພິບັດຂັ້ນແຂວງ ທັງນີ້ກໍເພື່ອເປັນການແບ່ງເບົາບັນເທົາທຸກໃນເບື້ອງຕົ້ນ ທ່ານຮອງເຈົ້າເມືອງທ່າແຕງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຄອບຄົວດັ່ງກ່າວ ພ້ອມຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ປະຊາຊົນພາຍໃນບ້ານຈົ່ງມີຄວາມສາມັກຄີ ປຸກລະດົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວທີ່ທຸກຍາກຄ່ອຍດີຂຶ້ນເທື່ອລະກ້າວ.

ໂອກາດນີ້ ທ່ານ ນຸຍໄຊ ອາກິງແກ້ວ ເລຂາພັກບ້ານທົ່ງຫວາຍ ຕາງໜ້າໃຫ້ຄອບຄົວທຸກຍາກໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈມາຍັງຄະນະນໍາທຸກຂັ້ນທີ່ມີຄວາມເປັນຫ່ວງເປັນໄຍ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະເອົາເຄື່ອງດັ່ງກ່າວນໍາໄປໃຊ້ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ຂ່າວ-ພາບ : ສົມສະຫວັນ