ລະນຶກວັນຢຶດອໍານາດ ແລະ ວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ

    ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດປາຖະກະຖາລະນຶກວັນຢຶດອໍານາດ ຄົບຮອບ 46 ປີ (23 ສິງຫາ 1975-23 ສິງຫາ 2021) ແລະ ວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ຂຶ້ນວັນທີ 17 ສິງຫາ 2021 ຢູ່ສໍານັກງານອົງການປົກຄອງເມືອງດັ່ງກ່າວ ໂດຍການປາຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ອະດີດກໍາມະການພັກ ນວ ອະດີດຫົວໜ້າຄະນະໂຄສະນາອົບຮົມ ນວ ມີຮອງເລຂາພັກເມືອງ ຄະນະປະຈໍາພັກເມືອງ ຄະນະພັກ ຫົວໜ້າຫ້ອງການ ພະແນກງານຫູັກແຫຼ່ງ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ເຂັມເພັດ ແພງດວງຈັນ ກໍໄດ້ຍົກໃຫ້ເຫັນປະຫວັດສາດ ແລະ ມູນເຊື້ອອັນດີງາມຂອງຊາວ ນວ ພາລະກິດຢຶດອໍານາດ ວັນທີ 23 ສິງຫາ 1975 ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງວັນທີ 23 ສິງຫາ 1975 ແມ່ນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍຄວາມພິລາດອາດຫານ ຄວາມເສຍສະຫຼະຊີວິດ ແລະ ເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າ ແມ່ນໝາກຜົນຂອງການນໍາໃຊ້ສາມບາດຄ້ອນຍຸດທະສາດ ບຸກໂຈມຕີສັດຕູ ແລະ ແມ່ນການໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງຂອງພັກ ແທດເໝາະກັບສະພາບເງື່ອນໄຂ ຈຸດພິເສດຂອງປະເທດລາວ ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລາວ ເຊິ່ງໄດ້ຊີ້ໃຫ້ເຫັນຄວາມປີຊາສາມາດ ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເປັນການໄຂສັງກາດໃໝ່ ສັງກາດທີ່ປະຊາຊົນລາວ ກໍຄືຊາວ ນວ ໄດ້ມີຄວາມເປັນເອກະລາດ ມີອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມີລະບົບການເມືອງທີ່ເປັນເອກະພາບ ມີພັກເປັນແກນນໍາ ປະເທດໄດ້ຮັບການສ້າງສາພັດທະນາ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ບົດບາດອິດທິພົນຂອງຊາດລາວໄດ້ຮັບການຍົກສູງໃນເວທີສາກົນ ເຊິ່ງຄົນລາວ ກໍຄືຊາວ ນວ ຄວນສືບຕໍ່ຍົກສູງມູນເຊື້ອວັນທີ 23 ສິງຫາ ດ້ວຍການຮ່ວມໃຈກັນຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ປາກົດຜົນເປັນຈິງ ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນການກໍາເນີດລັດຖະທໍາມະນູນແຫ່ງ ສປປ ລາວ ຄວາມໝາຍ ແລະ ຄວາມສໍາຄັນຂອງລັດຖະທໍາມະນູນແຫ່ງ ສປປ ລາວ ແລະ ການເພີ່ມທະວີໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

    ຈຸດປະສົງເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືແນວທາງປ່ຽນແປງໃໝ່ ກໍາແໜ້ນບັນດາພຶດຕິກໍາຜູ້ນໍາຮຸ່ນກ່ອນ ທີ່ໄດ້ເສຍຊີວິດເລືອດເນື້ອເພື່ອປະເທດຊາດ ຮໍ່າຮຽນເອົາທິດສະດີມາກ-ເລນິນ ເຕັກນິກວິທະຍາສາດ ພາສາຕ່າງປະເທດ ແລະ ວິຊາຊີບໃນຂະແໜງການຕ່າງໆ ເພື່ອໃຫ້ມີຄວາມຮູ້ຄວາມສາມາດ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ສ້າງຕົນເອງໃຫ້ເປັນຄົນກ້າຫານ ກ້າຄິດ ກ້າສະແດງອອກ ເພື່ອປະກອບຄວາມຄິດເຫັນທີ່ມີປະໂຫຍດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮຽນຮູ້ການດໍາລົງຊີວິດດ້ວຍຄວາມສັດຊື່ ປອດໃສຂາວສະອາດ ດຸໝັ່ນໃນການອອກແຮງງານ ສ້າງເສດຖະກິດຄອບຄົວ ປະຢັດມັດທະຍັດ ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຮຽນຮູ້ຄວາມໝາຍຄວາມສໍາຄັນໃນການຫວນຄືນມູນເຊື້ອຂອງພັກ ຂອງຊາດ ແລະ ເພື່ອເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຂອງຖັນແຖວພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງເມືອງນາຊາຍທອງ ໃຫ້ບັນລຸຄາດໝາຍທີ່ວາງໄວ້. 

ຂ່າວ-ພາບ :  ສະບາໄພ

error: Content is protected !!