ໂຮງຮຽນ ມ ສ ລຽວໂຕວ ສົ່ງນັກຮຽນ 3 ຄົນ ເຂົ້າຮ່ວມແຂ່ງຂັນພາສາຈີນໃນລາວ ເພື່ອຄັດເລືອກເຂົ້າຮ່ວມການແຂ່ງຂັນ “ຂົວພາສາຈີນ” ນັກຮຽນຊັ້ນມັດທະຍົມທົ່ວໂລກ ຄັ້ງທີ 14 ຂຶ້ນວັນທີ 13 ສິງຫາ 2021 (ໃນຮູບແບບແຂ່ງຂັນທາງໄກ) ໂດຍມີທ່ານ ສົມປະສົງ ຈັນທະວົງ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ປະທານໂຮງຮຽນ ມສ ລຽວໂຕວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນໂດຍສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບໂຮງຮຽນ ມສ ຫົວສຽວ ປາກເຊ ພາຍໃຕ້ຫົວຂໍ້ “ຕາມຫາຄວາມຝັນ ບໍ່ລືມຖິ່ນຖານ” ເຊິ່ງດໍາເນີນໄປຢ່າງທ່ຽງທໍາ ໂດຍຜ່ານການສົ່ງຄລິບວີດີໂອຄວາມສາມາດ ແລະ ຖ່າຍທອດສົດການຕອບຄໍາຖາມດ້ານຄວາມຮູ້ພາສາຈີນ ໃນນີ້ ສາມາດຄັດເລືອກໄດ້ 11 ຄົນເຂົ້າຮອບຊີງຊະນະເລີດ ເຊິ່ງມາຈາກໂຮງຮຽນຈີນທົ່ວປະເທດລາວ ເຊັ່ນ: ໂຮງຮຽນ ມສ ລຽວໂຕວ (ນະຄອນຫຼວງວຽງຈັນ) ໂຮງຮຽນຈີນ ຈຸງເຕັກ ແຂວງສະຫວັນນະເຂດ ໂຮງຮຽນ ມສ ຫົວສຽວ ປາກເຊ ແຂວງຈຳປາສັກ ໂຮງຮຽນມິດຕະພາບ ລາວ-ຈີນ ແຂວງອຸດົມໄຊ ໂດຍຜູ້ເຂົ້າແຂ່ງຂັນ 11 ຄົນ ໄດ້ສະແດງຄວາມສາມາດ ເປັນຕົ້ນ ທັກສະໃນການເວົ້າພາສາຈີນ ການຕອບຄໍາຖາມຄວາມຮູ້ວັດທະນະທໍາຈີນ ແລະ ການສະແດງສິລະປະຂອງຈີນ ຜ່ານການແຂ່ງຂັນ ຊະນະເລີດໄດ້ແກ່ນາງ ໄພລິນ ວິລະພັນ ຈາກໂຮງຮຽນ ມສ ລຽວໂຕວ ແລະ ໄດ້ເປັນຕົວແທນຂອງປະເທດລາວ ໄປແຂ່ງຂັນຕໍ່ໃນລະດັບສາກົນ ທີ່ຈະຈັດຂຶ້ນໃນໄວໆນີ້ຢູ່ ສປ ຈີນ ນອກນີ້ ນາງ ມຸກມະນີ ຈັນທະຣັກ ກໍຍາດໄດ້ອັນດັບທີ 2 ແລະ ລາງວັນ “ການສະແດງຄວາມສາມາດດີເດັ່ນ” ແລະ ນາງ ສຸພາພອນ ລໍວັນໄຊ ແມ່ນຍາດໄດ້ອັນດັບທີ 3.
ການແຂ່ງຂັນ “ຂົວພາສາຈີນ” ຄັ້ງທີ 14 ສະແດງໃຫ້ເຫັນການຂະຫຍາຍຕົວ ແລະ ຄວາມສໍາຄັນຂອງພາສາຈີນໃນສັງຄົມລາວ ໂດຍສະເພາະດ້ານການຮຽນ-ການສອນ ຫຼືດ້ານວັດທະນະທຳຈີນ ນັບມື້ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເຊິ່ງຜູ້ເຂົ້າແຂ່ງຂັນກໍໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງພາສາຈີນມາໂດຍຕະຫຼອດ ແລະ ຈະສືບຕໍ່ເປັນທູດນ້ອຍວັດທະນະທໍາ ລາວ-ຈີນ ເພື່ອນໍາເອົາຄວາມຮູ້ວັດທະນະທໍາຂອງທັງສອງປະເທດໄປເຜີຍແຜ່ຕໍ່ສາກົນ.

ຂ່າວ-ພາບ : ສະບາໄພ