ທົ່ວປະເທດກວດພົບເຊື້ອໂຄວິດ-19 ໃໝ່ຈຳນວນ 207 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຕາງໜ້າຄະນະສະເພາະກິດຖະແຫຼງຂ່າວປະຈຳວັນທີ 17 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ຢູ່ສປປ ລາວ ແລະ ທົ່ວໂລກ.

    ວັນທີ 16 ກໍລະກົດ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 2.146 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈຳນວນ 207 ຄົນ ຕິດເຊື້ອໃນຊຸມຊົນ 23 ຄົນ ຄື:ແຂວງບໍ່ແກ້ວ (ເມືອງຕົ້ນເຜິ້ງ) 15 ຄົນ ແລະ ແຂວງຄຳມ່ວນ 8 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດ ເຊື້ອທີ່ຈຳກັດບໍລິເວນ ສ່ວນກໍລະນີນຳເຂົ້າມີ 184 ຄົນ ຈາກນະຄອນຫຼວງວຽງຈັນ 24 ຄົນ ແຂວງໄຊຍະ ບູລີ 2 ຄົນ ບໍລິຄຳໄຊ 1 ຄົນ ຄຳມ່ວນ 111 ຄົນ ສະຫວັນນະເຂດ 18 ຄົນ ສາລະວັນ 27 ຄົນ ແລະ ແຂວງຈຳປາສັກ 1 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານຕາມຈຸດຜ່ານ ແດນສາກົນ ໂດຍຖືກຕ້ອງຕາມກົດໝາຍ.

   ມາຮອດປັດຈຸບັນ ຢູ່ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 10.648 ຄົນ ເສຍຊີວິດສະສົມ 9 ຄົນ ແລະ ກໍາລັງປິ່ນປົວ 3.988 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 208.565.192 ຄົນ (ໃໜ່ 484.157 ຄົນ) ເສຍຊີວິດສະສົມ 4.382.189 ຄົນ (ໃໝ່ 7.393 ຄົນ) ແລະ ປີ່ນປົວຫາຍດີ 187.029.795 ຄົນ (ໃໝ່ 535.447 ຄົນ).

error: Content is protected !!