ຕະຫຼາດ ມຊ ຍັງເປີດການຊື້-ຂາຍທຸກວັນ ພ້ອມປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

    ເມື່ອບໍ່ດົນມານີ້ ໄດ້ມີຄົນບໍ່ດີໃຊ້ສື່ສັງຄົມອອນລາຍ (ເຟສບຸ໊ກ) ໂພສຂ່າວທີ່ບໍ່ມີມູນຄວາມຈິງ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຂດຕະຫຼາດມະຫາວິທະຍາໄລແຫ່ງຊາດ (ມຊ) ມີການປິດຕະຫຼາດ 14 ວັນ ເຊິ່ງຕໍ່ກັບຂ່າວດັ່ງກ່າວໄດ້ສ້າງຄວາມແຕກຕື່ນໃຫ້ແກ່ພໍ່ແມ່ປະຊາຊົນ ນັກສຶກສາ ໃນເຂດດັ່ງກ່າວ ພ້ອມທັງສົ່ງຜົນກະທົບຕໍ່ບັນຍາກາດການຊື້-ຂາຍໃນຕະຫຼາດນຳອີກ.

    ເພື່ອຕອບໂຕ້ກັບຂ່າວທີ່ບໍ່ມີມູນຄວາມຈິງດັ່ງກ່າວນັ້ນ ໃນວັນທີ 16 ສິງຫາ 2021 ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດ ແສງເພັດ ກໍ່ສ້າງ ຜູ້ສຳປະທານຕະຫຼາດ ມຊ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂ້າພະເຈົ້າຂໍແຈ້ງຕໍ່ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄື ເຂດບ້ານດົງໂດກ ນັກສຶກສາຢູ່ໃນ ມຊ ເມືອງໄຊທານີ ວ່າຂ່າວລືທີ່ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ມີການປິດຕະຫຼາດນັ້ນ ແມ່ນບໍ່ມີມູນຄວາມຈິງ ແລະ ຕະຫຼາດ ມຊ ຂອງພວກເຮົາ ແມ່ນຍັງເປີດບໍລິການຮັບໃຊ້ປະຊາຊົນ ນັກສຶກສາ ຢູ່ທຸກວັນ ຂໍໃຫ້ພໍ່ແມ່ປະຊາຊົນ ນັກສຶກສາ ເຂົ້າມາໃຊ້ບໍລິການໄດ້.

ສ່ວນມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນຕະຫຼາດ ທາງຄະນະຈັດສັນຕະຫຼາດກໍໄດ້ມີການປະຕິບັດມາດຕະການປ້ອງກັນຕາມຄະນະສະເພາະກິດຂອງນະຄອນຫຼວງວຽງຈັນ ແລະ ຕາມຄຳສັ່ງຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ໂດຍໄດ້ມີຈຸດກວດວັດແທກອຸນຫະພູມ ແອນກໍຮໍລ້າງມື ກ່ອນເຂົ້າໄປຊົມໃຊ້ບໍລິການພາຍໃນຕະຫຼາດ ແລະ ພິເສດໄດ້ມີການຂຽນປະຫວັດຜູ້ມາຊົນໃຊ້ ພ້ອມທັງກວດບັດສັກວັກຊີນກັນໂຄວິດ-19 ແລະ ເມື່ອບໍ່ດົນມານີ້ ທາງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກໍໄດ້ລົງມາສັກຢາວັກຊີນກັນໂຄວິດ-19​ ໃຫ້ກັບພໍ່ຄ້າແມ່ຄ້າທຸກຄົນຢູ່ພາຍໃນຕະຫຼາດ ສະນັ້ນ ຈຶ່ງຂໍຝາກເຖິງບັນດາພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການຢູ່ໃນຕະຫຼາດ ມຊ ຂອງພວກເຮົາ ໃຫ້ມີຄວາມໝັ້ນໃຈໄດ້.

ທ່ານ ສອນເພັດ ເມືອງວົງ ໃຫ້ຮູ້ຕື່ມອີກວ່າ: ສ່ວນການກຳນົດລາຄາສິນຄ້າພາຍໃນຕະຫຼາດ ໂດຍສະເພາະສິນຄ້າທີ່ລັດຄວບຄຸ້ມລາຄາ ແມ່ນປະຕິບັດຕາມລາຄາຊີ້ນຳຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊທານີ ຂາຍຕາມລາຄາທີ່ກຳນົດໄວ ຖ້າຂາຍເກີນກໍບໍ່ໃຫ້ເກີນຫຼາຍເອົາຕາມລາຄາຕະຫຼາດຢູ່ໃນນະຄອນຫຼວງວຽງຈັນຂາຍ ແລະ ຈຸດພິເສດຂອງຕະຫຼາດ ມຊ ນີ້ ຫຼັກໆແລ້ວແມ່ນຈະມີຮ້ານຂາຍອາຫານ ຂອງກິນສຸກ​ ພືດຜັກສົດ ເສື້ອຜ້າ ອຸປະກອບອີເລັກໂຕຣນິກ ຮັບໃຊ້ນັກສຶກສາ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະຂອງກິນຈະມີລາຄາຖືກ.

ສໍາລັບຕະຫຼາດ ມຊ ເປີດຢ່າງເປັນທາງການມາໄດ້ 8 ເດືອນຜ່ານມາ ມີສະຖານທີ່ກວ້າງຂວາງສາມາດຈອດລົດໃຫຍ່ໄດ້ຫຼາຍກວ່າ 300 ຄັນ ມີຮ້ານຂາຍເຄື່ອງຕ່າງໆປະມານ 500 ກວ່າຮ້ານ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ສີ​ພອນ 17.8.2021

error: Content is protected !!