ທ່ານ Wayne McIntosh ຜູ້ຈັດການທົ່ວໄປ ບໍລິສັດ ລາວຟອດຊິຕີ ກ່າວເປີດງານເປີດຕົວ ຟອດ ເອເວີເຣດທ໌ໃໝ່ XLS Series 3 ລຸ່ນຢ່າງເປັນທາງການ ວັນທີ 12 ສິງຫາ ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ເຊິ່ງປະກອບມີ ເອເວີເຣດທ໌ໃໝ່ XLS ເອເວີເຣດທ໌ XLS Sport ແລະ ເອເວີເຣດທ໌ XLS Expedition ທີ່ມາພ້ອມກັບຄວາມສາມາດ ປະສິດທິຜົນ ແລະ ເຕັກໂນໂລຊີເພີ່ມຂຶ້ນ ດ້ວຍການອອກແບບພິເສດ ແລະ ອຸປະກອນເສີມ ພວກເຮົາໄດ້ນຳສະເໜີທາງເລືອກໃຫ້ລູກຄ້າ Everest ຫຼາຍຂຶ້ນ ແລະ ຍົກລະດັບຄວາມເປັນເຈົ້າຂອງ Everest ສູ່ລະດັບການພະຈົນໄພໃນຮູບແບບໃໝ່.

ພວກເຮົາມີຄວາມຕື່ນເຕັ້ນຢ່າງຍິ່ງ ທີ່ລາວຟອດຊີຕີ ໄດ້ຈັດງານນໍາສະເໜີ ຟອດ ເອເວີເຣດທ໌ໃໝ່ ເຂົ້າສູ່ຕະຫຼາດຂອງພວກເຮົາ ເພື່ອເປັນທາງເລືອກໃຫ້ລູກຄ້າໃນການເລືອກລົດ SUV ທີ່ປອດໄພທີ່ສຸດແລະ ມີຄວາມສາມາດທີ່ສຸດ ພວກເຮົາຫວັງວ່າລູກຄ້າຈະຕື່ນເຕັ້ນທີ່ໄດ້ນັ່ງທາງຫຼັງພວງມະໄລ Everest ໃໝ່ ເພື່ອປະສົບກັບຄວາມສຸດຍອດຂອງການພະຈົນໄພ.

ຟອດ ເອເວີເຣດທ໌ XLS Series ເປັນລຸ່ນທີ່ສືບຕໍ່ສ້າງຄວາມປະທັບໃຈໃຫ້ຜູ້ທີ່ສົນໃຈ SUV ດ້ວຍຄວາມຄ່ອງແຄ້ວດ້ວຍເຄື່ອງຈັກ TCDi 2.2 ລິດ ສາມາດໃຫ້ແຮງມ້າສູງເຖິງ 160 PS ແລະ ແຮງບິດ 385 Nm ສຳລັບການຂັບຂີ່ແບບຖະໜົນໃນເມືອງ ແລະ ອ໋ອບໂຣດ ທີ່ເຊື່ອຖືໄດ້ ແລະ ມີຄວາມປອດໄພ ບໍ່ວ່າຈະເປັນທາງໃນເມືອງ ຫຼື ທາງອ໋ອບໂຣດ ເອເວີເຣດທ໌ໃໝ່ ກໍສາມາດຮັບມືໄດ້ກັບທຸກການເດີນ ດ້ວຍຄວາມສູງຈາກພື້ນດິນ 225 ມມ ລະຫວ່າງຜູ້ຂັບຂີ່ ແລະ ຖະໜົນ ແລະ ຄວາມສາມາດໃນການລຸຍນໍ້າໄດ້ສູງ 800 ມມ ມີລະບົບຊ່ວຍອອກໂຕທາງຊັນ ແລະ ລະບົບກັນປີ້ນ Everest ເປັນຍານພາຫະນະທີ່ສົມ ບູນແບບທັງການຂັບຂີ່ໃນເມືອງທີ່ສະດວກສະບາຍ ແລະ ທັນສະໄໝ ທັງເປັນພາຫະນະທີ່ພາທ່ານໄປທ່ຽວທ້າຍອາທິດທີ່ປອດໄພ ແລະ ພະຈົນໄພໃນການເດີນທາງ.

ພາຍໃນງານຄັ້ງນີ້ ບໍລິສັດ ລາວຟອດ ຊີຕີ ຍັງໄດ້ມອບລົດ Everest XLS 2 ຄັນໃຫ້ບໍລິສັດ AVIS ທີ່ຍົກໃຫ້ຟອດເປັນອັນດັບໜຶ່ງ ຟອດ ເອເວີເຣດທ໌ ໃໝ່ ພ້ອມໃຫ້ທຸກທ່ານຈອງແລ້ວ ນັບແຕ່ມື້ນີ້ເປັນຕົົ້ນໄປ ທຸກທ່ານສາມາດຮັບປະສົບການຄວາມເປັນເຈົ້າຂອງໄດ້ແລ້ວໃນລາຄາເລີ່ມຕົ້ນທີ່ 51.200 ໂດລາສະຫະລັດ.
(ສະບາໄພ 17/8/2021)