ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິບັດລາວສະໄໝທີ XI ໃນວັນທີ 17 ສິງຫາ 2021 ທີ່ກະຊວງດັ່ງກ່າວ ມີສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ວຽງສະຫວັດ ສີພັນດອນ ກ່າວວ່າ ເພື່ອເປັນການປະຕິບັດບາດກ້າວທໍາອິດໃນການຈັດຕັ້ງຜັນຂະຫຍາຍມະຕິໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ພ້ອມທັງຄົ້ນຄວ້າ ແລະ ເຊື່ອມຊຶມກົດລະບຽບພັກ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ສາມາດນຳໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງຂອງຕົນກໍຄືແຕ່ລະຮາກຖານພັກໃຫ້ມີປະສິດທິຜົນ ພ້ອມນັ້ນສະມາຊິກແຕ່ລະສະຫາຍຕ້ອງໄດ້ເອົາໃຈໃສ່ດ້ານວຽກງານວຽກການເມືອງ-ແນວຄິດ ໂດຍສະເພາະຢູ່ໃນສະພາບຂອງການລະບາດຂອງພະຍາດ ໂຄວິດ-19 ເພື່ອໃຫ້ສະມາຊິກພັກມີຄວາມໜັກແໜ້ນ ເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ທົ່ວເຖິງດ້ວຍຫຼາຍ ຮູບຫຼາຍສີ ແລະ ຫຼາຍວິທີການ ເພື່ອບຸກທະລຸດ້ານຈິນຕະນາການພ້ອມທັງເອົາໃຈໃສ່ສືບຕໍ່ປັບປຸງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ ກໍ່ສ້າງສະມາຊິກພັກຢ່າງມີປະສິດທິພາບ ແລະ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ.

ນອກຈາກນີ້ໃນກອງປະຊຸມບັນດາທ່ານຮອງລັດຖະມົນຕີ ຄະນະປະຈຳ ກະຊວງ ຍທຂ ໄດ້ ພັດປ່ຽນກັນເຜີຍແຜ່ເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວກົດລະບຽບພັກ ນັບແຕ່ໝວດທີ I ມາດຕາ 1 ຫາ ໝວດທີ XV ມາດຕາທີ 64 ແລະ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ນັບແຕ່ໝວດທີ I ມາດຕາທີ 1 ຫາ ໝວດທີ VI ມາດຕາ 30.