ວັນທີ 13 ສິງຫາ 2021 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ໂດຍສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ຂອງບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ.
ໂອກາດນີ້ ທ່ານລັດຖະມົນຕີກະຊວງການເງິນພ້ອມຄະນະ ໄດ້ຮັບຟັງການລາຍງານ ແລະ ຢ້ຽມຢາມເບິ່ງພາກສະໜາມຕົວຈິງຂອງໂຄງການແລ້ວ ທ່ານໄດ້ມີຄໍາເຫັນສະແດງຄວາມດີໃຈຕໍ່ການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນທີ່ເປັນຮູບປະທໍາເທື່ອລະກ້າວ ແລະ ຄິດວ່າພາຍຫຼັງທີ່ການກໍ່ສ້າງສໍາເລັດ ເຂດດັ່ງກ່າວຈະຊ່ວຍແກ້ໄຂບັນຫາຕ່າງໆ ສອດຄ່ອງກັບຍຸດທະສາດ ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນ ເຫັນວ່າໂຄງການດັ່ງກ່າວມີຄວາມສອດຄ່ອງກັບພາກພື້ນ ແລະ ສາກົນ ນອກນີ້ ລັດຖະບານ ກໍຄືກະຊວງການເງິນຈະໃຫ້ການສະໜັບສະໜູນຕໍ່ແນວທາງການພັດທະນາເຂດດັ່ງກ່າວ ແລະ ຈະພະຍາຍາມຕອບສະໜອງນະໂຍບາຍທາງດ້ານການເງິນ ສົ່ງເສີມການລົງທຶນໃຫ້ແກ່ພາກທຸລະກິດກໍຄືຫົວໜ່ວຍທຸລະກິດທີ່ພັດທະນາເຂດນີ້ ໂດຍສະເພາະ ຈະຊຸກຍູ້ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໄລຍະວິກິດຈາກການລະບາດຂອງພະຍາດໂຄວິດ-19 ນອກນັ້ນ ຈະຊ່ວຍສະໜັບສະໜູນແກ້ໄຂທາງດ້ານນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງ ການປະສານງານ ແລະ ສິ່ງທີ່ອຸດຕັນເຮັດໃຫ້ການພັດທະນາບໍ່ສາມາດດໍາເນີນການໄດ້ ໃນນີ້ ບັນຫາທີ່ພາກລົງທຶນເຫັນວ່າມີຄວາມຫຍຸ້ງຍາກ ໃຫ້ມີຄວາມຈິງໃຈປຶກສາຫາລືກັບກົມທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂ ແນໃສ່ເຮັດໃຫ້ການດໍາເນີນງານພັດທະນາເຂດໂລຈິສຕິກສາມາດດໍາເນີນໄປໄດ້ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດ ແລະ ເຂດນີ້ຍັງຈະເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີລະບົບການເຮັດວຽກທີ່ຮັດກຸມ ປອດໃສ ສາມາດກວດສອບໄດ້ ພິເສດ ສາມາດອັດການຮົ່ວໄຫຼເກັບລາຍຮັບເຂົ້າງົບປະມານແຫ່ງລັດ.
# ຂ່າວ & ພາບ : ສົມສະຫວັນ