ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 16 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ມາຮອດວັນທີ 15 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.487 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 349 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 37 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ຫຼວງພະບາງ 1 ຄົນ (ເດີນທາງຈາກນະຄອນຫຼວງ ເຂົ້າຈຳກັດບໍລິເວນຢູ່ສູນຫຼວງພະບາງ) ບໍ່ແກ້ວ 27 ຄົນ ສະຫວັນນະເຂດ 8 ຄົນ ເຊກອງ 1 ຄົນ ສ່ວນກໍລະນີນໍາເຂົ້າ ມີ 312 ຄົນ ຈາກນະຄອນຫຼວງ 104 ຄົນ ຄຳມ່ວນ 63 ຄົນ ຈຳປາສັກ 55 ຄົນ ສະຫວັນນະເຂດ 53 ຄົນ ສາລະວັນ 31 ຄົນ ໄຊຍະບູລີ 5 ຄົນ ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10.441 ຄົນ ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວທັງໝົດ 4.188 ຄົນ.

# ຂ່າວ & ພາບ : ສີພອນ