ມື້ນີ້ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເກືອບ 200 ຄົນ

    ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 15 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ຢູ່ສປປ ລາວ ແລະ ທົ່ວໂລກ.

    ວັນທີ 14 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.318 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 198 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 12 ຄົນ ເຊິ່ງເປັນຜູ້ສຳຜັດ ໃກ້ຊິດນຳຜູ້ຕິດເຊື້ອຜ່ານມາຄື:ນະຄອນຫຼວງວຽງຈັນ 1 ຄົນ(ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ເປັນຜູ້ສຳ ຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຈຳກັດບໍລິເວນ) ແລະ ແຂວງສະຫວັນນະເຂດ 11 ຄົນ ສ່ວນກໍລະນີນຳເຂົ້າມີ 186 ຄົນ ຈາກນະຄອນຫຼວງວຽງຈັນ 26 ຄົນ ແຂວງຄຳມ່ວນ 52 ຄົນ ສະຫວັນນະເຂດ 50 ຄົນ ສາລະ ວັນ 11 ຄົນ ແລະ ແຂວງຈຳປາສັກ 47 ຄົນ ເຊິ່ງແມ່ນແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

   ມາຮອດປັດຈຸບັນ ຢູ່ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 10.092 ຄົນ ເສຍຊີວິດສະສົມ 9 ຄົນ ແລະ ກໍາລັງປິ່ນປົວ 4.210 ຄົນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 207.473.688 ຄົນ (ໃໜ່ 563.456 ຄົນ) ເສຍຊີວິດສະສົມ 4.366.048 ຄົນ (ໃໝ່ 8.598 ຄົນ) ແລະ ປີ່ນປົວຫາຍດີ 186.976.724 ຄົນ (ໃໝ່ 443.346 ຄົນ).

error: Content is protected !!