ເມືອງ​ຫາດ​ຊາຍ​ຟອງ ສັກ​ວັກ​ຊິນ​ປ້ອງ​​ກັນ​ໂຄວິດ-19 ຮອບທີ 3 ໄລ​ຍ​ະ 4 ວັນ ໄດ້​ເກືອບ 10.000 ຄົນ

     ທ່ານ ດ​ຣ ບຸນ​ນາ​ໄລ ສີ​ຫາ​ກຸນ ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ​ໄດ້​ໃຫ້​ສຳ​ພາດ ກ່ຽວ​ກັບ​ການ​ສັກ​ຢາ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດໂຄວິດ-19 ໃນຮອບ​ທີ 3  ​ໃຫ້​ກັບ​ພໍ່​ແມ່​ປະ​ຊົນ​ພາຍ​ໃນ​ເມືອງ ໃນ​ວັນ​ທີ 12 ສິງ​ຫາ 2021 ຢູ່​ທີ່​ໂຮງ​ໝໍ​ຫາດ​ຊາຍ​ຟອງ ເຊີ່ງໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່ວັນ​ທີ 9-20 ສິງ​ຫາ 2021 ມາ​ຮອດປັດ​ຈຸ​ບັນ​ແມ່ນ​ສັກ​ໄດ້​ເກືອບ 10.000 ຄົນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ແມ່ນ​ໄດ້​ຈັດ​ເປັນ​ສອງ​ລະ​ບົບ ຄື: ໃຫ້​ຜູ້​ທີ່​ຕ້ອ​ງ​ການ​ຮັບ​ວັກ​ຊິນ​ໄດ້ລົງ​ທະ​ບຽນ​ຜ່ານ​ອຳ​ນາດ​ການ​ປົກ​ຄອງແຕ່​ລະ​ບ້ານ​ຂອງ​ຕົນ ແລະ ​ສາ​ມາດລົງ​ທະ​ບຽນ​ຜ່ານ​ທາງ​ອອນ​ລາຍ​​ກໍ​ໄດ້ ເຊີ່ງ​ມີ​ຄວາມ​ສະ​ດວກ​ສະ​ບາຍ ​​ເພື່ອໃຫ້​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການໄດ້​ງ່າຍ​ຂື້ນ ​ນອກນັ້ນ ​ຍັງ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ແອ​ອັດ​ ແລະ ​ບໍ່ສ່ຽງ​ຕໍ່​ການ​ຕິດ​ເຊື້ອ.​

    ສຳ​ລັບ​ວັກ​ຊິນ​ທີ່​ສັກ​ໃນ​ຮອບ 3 ປະ​ກອບ​ມີ 3 ຊະ​ນິດ ໄດ້​ແກ່: ຈອນສັນ ແອນ ຈອນສັນ ແອ​ສ​ຕ​ຣາ​ເຊ​ເນ​​ກາ ແລະ ຊີ​ໂນ​ຟາມ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ມາ​ຮອດວັນທີ 12 ສິງ​ຫາ 2021 ສາ​ມາດ​ສັກ​ວັນ​ຊິນ ຈອນສັນ ແອນ ຈອນສັນ ໄດ້ 3.137 ຄົນ ແອ​ສ​ຕ້ຣາ​ເຊ​ເນ​​ກາ ​ເຂັມ​ທີ 1 ສັກ​ໄດ້ 3.723 ຄົນ ແລະ ເຂັມ​ທີ 2 ໄດ້ 1.232 ຄົນ ສ່ວນ​ຊີ​ໂນ​ຟາມ ແມ່ນ​ເປີດສັກ​ແຕ່​ເຂັມ 2 ເພື່ອເກັບ​ເລັມ​ຄືນ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ສັກ ແມ່ນ​ໄດ້ 260 ຄົນ.​

   ພາຍ​ຫຼັງ​ສັກວັກ​ຊິນ​ຮອບ​ທີ 3 ສຳ​ເລັດຕາມ​ກຳ​ນົດ ​ຮອດວັນ​ທີ 20 ສິງ​ຫາ 2021  ​ທາງ​ໂຮງ​ໝໍ​ເມືອງ​ຫາດ​ຊາຍ​ຟອງ ກໍ່ຈະໄດ້​ສືບ​ຕໍ່ ເປີດ​ລົງ​ທະ​ບຽນ​ຢູ່​ຂັ້ນ​ບ້ານ ແລະ ທາງ​ອອນ​ລາຍ ​ເພື່ອ​ສັກວັກ​ຊິນ​ໃນ​ຮອບ​ຕໍ່​ໄປ ​ໃຫ້​ຄົບ​ທັງ 60 ບ້ານ ທັງ​ນີ້​ກໍ່ເພື່ອ​ຍົກ​​ອັດ​ຕາການ​ສັກ​ວັ​ກ​ຊິນ​ປ້ອງ​ກັນ​ໂຄວິດ-19 ໃພໍ່​ແມ່​ປະ​ຊາ​ຊົນຢູ່​ເມືອງ​ຫາດ​ຊາຍ​ຟອງ ໃຫ້​ສູງກວ່າ 50% ​ຂອງ​ປະ​ຊາ​ກອນ​ພາຍ​ໃນ​ເມືອງ ​ແລະ ເພື່ອຊ່ວຍ​ຫຼຸດ​ຜ່ອນ​ຈາກ​ການ​ຕິດ​ເຊຶ້ອ​ພະ​ຍາດ​ໂຄວິດ-19 ໃນ​ຊຸມ​ຊົນ​ໃຫ້​ໄດ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.

  # ຂ່າວ-ພາບ : ນັກຂ່າວຫ້ອງການ ຖວທ ເມືອງຫາດຊາຍຟອງ

error: Content is protected !!