ເພື່ອປະຕິບັດຕາມຄຳສັ່ງຂອງ ທ່ານນາຍົກລັດຄະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ແລະ ທິດຊີ້ນຳຂອງຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈື່ງອອກແຈ້ງການມາຍັງບັນດາຫ້ອງສໍານັກງານອ້ອມຂ້າງເມືອງ ເພື່ອໃຫ້ເຂົ້າຮ່ວມຂະບວນການອອກແຮງງານລວມຢູ່ສູນກັກຕົວ ດ່ານສາກົນຂົວມິດຕະພາບລາວໄທ 1 ບ້ານດົງໂພສີ ໃນວັນທີ 12 ສິງຫາ 2021 ເຊີ່ງນຳພາໂດຍ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພ້ອມກັນເຮັດອານາໄມ ແລະ ສ້າງຂະບວນການ ຢູ່ສູນດັ່ງກ່າວ ໂດຍແບ່ງແຜນວຽກງານຕາມການມອບໝາຍຂອງແຕ່ລະຈຸ ແຕ່ລະພາກສ່ວນ ໃຫ້ມີຄວາມຮັບຜິດຊອບ ມີຄວາມເລັດ ອານາໄມສະຖານທີ່ໃຫ້ມີຄວາມສະອາດ ເປັນຕົ້ນ ແມ່ນປັດກວາດຂີ້ຝຸ່ນ ຖູພື້ນ ຢູ່ພາຍໃນອາຄານຕຶກດາວເຮືອງທາງດ້ານໜ້າເຂົ້າໄປດ່ານ ທັງໝົດ 3 ຊັ້ນ ເພື່ອຈັດໃຫ້ເປັນບ່ອນ ພັກອາໃສ ຮອງຮັບ ຂອງຈຳນວນແຮງງານລາວທີ່ກັບມາແຕາຕ່າງປະເທດ ໄດ້ກັກຕົວຈຳກັດບໍລິເວນຕົນເອງໃຫ້ຄົບກຳນົດ ເພື່ອກວດຫາເຊື້ອພະຍາດໂຄວິດ 19 ວ່າມີການປອດເຊື້ອພະຍາດແລ້ວ ແມ່ນສານາດໃຫ້ກັບບ້ານໄດ້ ແລະ ທັງນີ້ກໍ່ແມ່ນເປັນການກະກຽມຄວາມພ້ອມຮອບດ້ານ ໃນການປະກອບສ່ວນຊ່ວຍຮັບເພື່ອໃຊ້ສັງຄົມ ດ້ວຍຄວາມສະໝັກໃຈ ແລະ ພູມໃຈ.
ພ້ອມດຽວກັນ ທ່ານເຈົ້າເມືອງ ແລະ ຄະນະ ກໍ່ໄດ້ລົງກວດກກາເບີ່ງທາງດ້ານຄວາມພ້ອມຕ່າງໆຢູ່ໃນສູນດັ່ງກ່າວ ເປັນຕົ້ນ ການຕິດຕັ້ງລະບົບໄຟຟ້າ ຄວາມສະຫວ່າງໃຫ້ພຽງພໍ ການຕິດຕັ້ງລະບົບນ້ຳປະປາ ໃຫ້ນຳໃຊ້ຢ່າງສະດວກ ກວດກາເບີ່ງຫ້ອງນ້ຳຢູ່ແຕ່ລະຈຸດ ທີ່ມີການສ້ອມແປງປັບປຸງຄືນໃໝ່ໃຫ້ຮຽບຮ້ອຍ ເພື່ອເຮັດໃຫ້ຜູ້ທີ່ມາກັກຕົວໃນສະຖານທີ່ໃຫ້ນຳໃຊ້ໄດ້ຢ່າງສະດວກສະບາຍ.