ໂຮງ​ໝໍ​ເມືອງ​ຫາດ​ຊາຍ​ຟອງ ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼື​ອ ຈາກ ບໍ​ລິ​ສັດ​ເບຍ​ລາວ

     ທ່ານ ດ​ຣ ບຸ​ນ​​ນາ​ໄລ ສີ​ຫາ​ກຸນ ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອ​ນ​ຫຼວງວຽງ​ຈັນ ໄດ້​​ຕາງ​ໜ້າ ​​ໃຫ້ການ​ຕ້ອນ​ຮັບ​ເອົາ​ການມອບ ອຸ​ປະ​ກອນ​ເຄື່ອງ​ຊ່ວຍ​ເຫຼືອ ທາງ​ດ້ານ​​ສາ​ທາ​ລະ​ນະ​ສຸກ ​ເພື່ອ​ຊຸກ​ຍູ້​ວຽການ​ຕ້ານ ໂຄວິດ 19 ຈາກ ບໍ​ລິ​ສັດ ​ເບຍ​ລາວ ຈຳ​ກັດ  ທີ່​ໃຫ້​ການ​ຊຸກ​ຍູ້​ປະ​ກອບ​ສ່ວນ ເພື່ອ​ຊ່ວຍ​ໃຫ້​​ພະ​ນັກ​ງານ​ແພດ​ໝໍ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ສ່ຽງ ຕໍ່ການ​ຕ້ານ​ການ​ລະ​ບາດ​ເຊື້ອ​ພະ​ຍາດ​ໂຄວິດ 19  ນັ້ນໄດ້​ນຳ​ໃຊ້ໃຫ້​ມີ​ຄວາມ​ປອດ​ໄພ.​

    ໃນ​ວັນ​ທີ 13 ສິງ​ຫາ 2021 ທີ່​ໂຮງ​ໝໍ​ເມືອງ​ຫາດ​ຊາຍ​ຟອງ ​ໄດ້​ມີ​ພິ​ທີ​ມອບ-ຮັບ​ເຄື່ອງ​ກ່າ​ວ  ເຊີ່ງ​ ທ່ານ ສິດ​ທິ​ໄຊ ເກດ​ຕະ​ວົງ ຜູ້​ອຳ​ນວຍ​ການ​ຝ່າຍ​ກິດ​ຈະ​ກຳ​ເພື່ອ​ສັງ​ຄົມ ແລະ ບໍ​ລິ​ຫານ ​ຈ​າກບໍ​ລິ​ສັດ ​ເບຍ​ລາວ ຈຳ​ກັດ ​ເປັນ​​ຜູ້​ກ່າວ​ມອບ  ແລະ ກ່າວ​ຮັບເອົາ ໂດຍ ທ່ານ ດ​ຣ ບຸ​ນ​​ນາ​ໄລ ສີ​ຫາ​ກຸນ ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ ເມືອງ​ຫາດ​ຊາຍ​ຟອງ ພ້ອມ​ພະ​ນັກ​ງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

   ສ່ວນ​ປະ​ເພດ​ເຄື່ອງ​ໄດ້​ຈາກ​ການ​ສະ​ໜັບ​ສະ​ໜູ​ນນີ້​ປະ​ກອບ​ມີ 5 ລາຍ​ການ ໄດ້​ແກ່ ເຄື່ອງວັດ​ແທກ​ຄວາມ​ດັນ​ແບບໂອ​ໂຕ​ເມ​ຕິກ ​ຈໍ​ນວນ 3 ຊຸດ ເຄື່ອງວັດ​ແທກ​ຄວາມ​ດັນ​ແບບ​ທຳ​ມະ​ດາ ຈຳ​ນວນ 10 ຊຸດ ເຄື່ອງວັດ​ແທກ​ອຸນ​ຫະ​ພູມ ອິນ​ຟາ​ເຣດ ຈຳ​ນວນ 10 ອັນ ຜ້າ​ປິດ​ປາກ-ດັງ ທາງ​ການ​ແຜນ​ ຈຳ​ນວນ 100 ກັບ ແລະ ຊົບ​ມື ທາງ​ການ​ແພດ ຈຳ​ນວນ 50 ກັບ ລວມ​ມູ​ຄ່າ 23 ລ້ານກວ່າ​ກີບ  ພ້ອມ​ດຽວ​ກັນ ທ່ານ​ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ ​ຍັງໄດ້​ກ່າວ​ສະແ​ດງ​ຄວາມ​ຂອງ​ໃຈ ມາ​ຍັງ ທ່ານ ສິດ​ທິ​ໄຊ ເກດ​ຕະ​ວົງ ແລະ  ບໍ​ລິ​ສັດ ​ເບຍ​ລາວ ຈຳ​ກັດ ທີ່​ໃຫ້​ການ​ຊຸກ​ຍູ້​ຊ່ວຍ​ເ​ຫຼືອ  ໂດຍ​ສະ​ເພາະ​ກໍ່​ແມ່ນວຽກ​ງານ​ປ້ອງ​ກັນ​ຕ້ານ​ພະ​ຍາດ​ໂຄວິດ 19 

error: Content is protected !!