ກອງປະຊຸມປືກສາຫາລື ກ່ຽວກັບວຽກງານການສ້າງສວນສາທິດການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານແຫ່ງຊາດ ຢູ່ອ່າງຮັບນໍ້າເປາະ ເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນວັນທີ 11 ສິງຫາ 2021 ທີ່ຫ້ອງການປົກຄອງເມືອງວັງວຽງ ເປັນປະທານຮ່ວມຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ມີຄະນະກົມ ແລະ ວິຊາການ ບັນດາຫົວໜ່ວຍທຸລະກິດທີ່ຕິດພັນກັບການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບອະນຸຮັກສິ່ງແວດລ້ອມສີຂຽວ ແລະ ຍືນຍົງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປືກສາຫາລື ແລກປ່ຽນ ແລະ ນໍາສະເໜີການຈັດຕັ້ງປະຕິບັດວຽກງານການສ້າງສວນສາທິດໃນໄລຍະຜ່ານມາ ພ້ອມທັງລະດົມແນວຄວາມຄິດ ຄວາມຕ້ອງການຈາກບັນດາຂະແໜງ ການ ແລະ ພາກສ່ວນຕ່າງໆຢູ່ທ້ອງຖິ່ນ ພ້ອມທັງມີການນໍາສະເໜີຮູບແບບຕົວຢ່າງການສ້າງສວນສາທິດຂອງບັນດາປະເທດໃກ້ຄຽງ ພ້ອມທັງປືກສາຫາລື ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຈາກພາກສ່ວນລັດ ແລະ ເອກກະຊົນ ເພື່ອເປັນຂໍ້ມູນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຂັ້ນຕໍ່ໄປ.

ສວນສາທິດການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານແຫ່ງຊາດ ມີທີ່ຕັ້ງຢູ່ເຂດພູບານນ້ອຍ ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກຕົວເມືອງວັງວຽງ ໄປທາງເໜືອປະມານ 5 ກິໂລແມັດ ມີເນື້ອທີ່ 636,5 ເຮັກຕາ ສວນສາທິດແຫ່ງຊາດ ແມ່ນເຂດດຽວໃນເມືອງວັງວຽງ ທີ່ຍັງມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ຊັບພະຍາກອນທຳມະຊາດ ມີສາຍນໍ້າເປາະເປັນສາຍນໍ້າຫຼັກ ເຊິ່ງສາຍນໍ້າດັ່ງກ່າວ ເປັນນໍ້າສາຂາຂອງອ່າງຮັບນໍ້າຍ່ອຍຂອງນໍ້າຊອງ ອ່າງຮັບນໍ້າເປາະ ເປັນເຂດພຶ້ນທີ່ອ່າງຮັບນໍ້າທີ່ມີຄວາມສົມບູນທາງດ້ານລະບົບ ອ່າງຮັບນ້ຳມີ 8 ຫ້ວຍສາຂາທີ່ມີລັກສະນະແຕກຕ່າງກັນ ແລະ ມີປະລິມານນໍ້າໄຫຼຕະຫຼອດປີ ເໝາະແກ່ການສ້າງສວນສາທິດ ເຊິ່ງສວນສາທິດແຫ່ງນີ້ ຈະເປັນສວນສາທິດດ້ານການຄຸ້ມຄອງຊັບພະຍາກອນນໍ້າແຫ່ງທໍາອິດຂອງລາວ ແລະ ເປັນຕົວແບບໃຫ້ແກ່ແຂວງອື່ນໆ ເພື່ອນໍາໃຊ້ຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າ ກໍຄືຊັບພະຍາກອນທໍາມະຊາດໃນອ່າງໃຫ້ມີຄວາມຍືນຍົງ ພ້ອມທັງເປັນການສ້າງຈິດສໍານຶກໃຫ້ຊຸມຊົນ ແລະ ພາກສ່ວນຕ່າງໆໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວນີ້ໃຫ້ເລິກເຊິ່ງຂຶ້ນຕື່ມ..

# ຂ່າວ & ພາບ : ອົ່ນ ໄຟສົມທອງ