ທະນາຄານ​ລາວ-ຫວຽດ ອວຍພອນ​ໜັງສືພິມ​ວຽງ​ຈັນ​ໃໝ່

    ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 71 ປີ (13/8/1950-13/8/2021) ວັນທີ 11 ສິງຫາ 2021 ທ່ານ ນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ການສື່ສານມວນຊົນ ຕາງໜ້າໃຫ້ຄະນະອຳນວຍການ ກໍຄືຜູ້ບໍລິຫານທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ໄດ້ນຳເອົາກະຕ່າຂອງຂວັນມາອວຍພອນຄະນະບັນນາທິການ ແລະ ພະນັກ ງານສຳນັກງານໜັງສືພິມວຽງຈັນໃໝ່ ມີ​ສຳນັກງານ​ຕັ້ງ​ຢູ່​ຖະໜົນ​ດົງ​ນາ​ໂຊກ-ໜອງ​ບຶກ ບ້ານ​ໜອງ​ບຶກ​ໃຕ້ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ຕາງໜ້າກ່າວຕ້ອນຮັບໂດຍທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໃຫຍ່ໜັງສືພິມວຽງຈັນໃໝ່.

    ທ່ານ ນາງ ແສງມະນີ ພິລາວົງ ໄດ້ກ່າວວ່າ: ວັນສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ເປັນ  ວັນໜຶ່ງທີ່ມີຄວາມສຳຄັນສຳລັບປວງຊົນລາວທັງຊາດ ເຊິ່ງຍາມໃດ ສື່ມວນຊົນລາວກໍໄດ້ເຮັດໜ້າທີ່ວິຊາສະ ເພາະຂອງຕົນຢ່າງຫ້າວຫັນ ໃນການເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຜົນງານການເຄື່ອນໄຫວຂອງຫົວໜ່ວຍທຸລະກິດຕ່າງໆທີ່ດຳເນີນທຸລະກິດຢູ່ປະເທດລາວ ໃນນັ້ນ ກໍມີທະນາຄານຮ່ວມທຸລະກິດລາວ-ຫວຽດນາມ ຈຳກັດ.

   ໂອກາດນີ້ ທ່ານ ນາງ ແກ້ວຊ້ອນ ຈັນທະນາມ ໄດ້ສະແດງຄວາມຂອບໃຈມາຍັງທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ທີ່ເຫັນໄດ້ຄວາມສຳຄັນຂອງສື່ມວນຊົນ ໂດຍສະເພາະສື່ໜັງສືພິມວຽງຈັນໃໝ່ ທີ່ເປັນກະບອກສຽງຂອງອົງຄະນະພັກນະຄອນຫຼວງວຽງຈັນ ທີ່ມາອວຍພອນຄັ້ງນີ້ ເຊິ່ງຜ່ານມາ ທະນາຄານຮ່ວມທຸລະກິດລາວ-ຫວຽດ ກໍເປັນລູກຄ້າຜູ້ໜຶ່ງທີ່ໃຊ້ບໍລິການໜັງສືພິມວຽງຈັນໃໝ່ໃນການລົງໂຄສະນາປະ ຊາສຳພັນທຸລະກິດ ແລະ ຜະລິດຕະພັນ ລົງຂ່າວການເຄື່ອນໄຫວຂອງທະນາຄານ ແລະ ອື່ນໆ ອັນໄດ້ເຮັດໃຫ້ໜັງສືພິມ ແລະ ທະນາຄານໃນຜ່ານມາ ມີການພົວພັນຮ່ວມມືທີ່ດີນຳກັນມາຕະຫຼອດ ແລະ ຫວັງວ່າຈະພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄປເລື້ອຍໆ      

    ສົມສະຫວັນ ຮູບ 13.8.2021   

error: Content is protected !!