ພິທີເຊັນບົດບັນທຶກການແບ່ງຄວາມຮັບຜິດຊອບ ກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ ຈາກໂຄງການບໍ່ແຮ່ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ຈັດຂຶ້ນວັນທີ 12 ສິງຫາ 2021 ທີ່ກະຊວງການເງິນ ເປັນກຽດລົງນາມໃນເອກະສານສຳຄັນຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການເຊັນສັນຍາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາໃນການປັບປຸງບັນດານິຕິກໍາ ແລະ ກົນໄກຕ່າງໆໃນການລົງທຶນພັດທະນາບໍ່ແຮ່ ເນື້ອໃນໂດຍລວມຂອງບົດບັນທຶກ ແມ່ນໄດ້ກຳນົດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງ 2 ກະຊວງ ກ່ຽວກັບຫຼັກການໃນການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ ຈາກກິດຈະການຂຸດຄົ້ນສຳປະທານແຮ່ທາດໃນຂອບເຂດຂອງຂະແໜງການເງິນ ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາໜ້າວຽກຕາມຄວາມຮັບຜິດຊອບດັ່ງນີ້:

ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບແຈ້ງແຜນສົ່ງອອກແຮ່ທາດປະຈໍາປີ ສໍາລັບແຕ່ລະໂຄງການ ກວດກາ ຢັ້ງຢືນ ແລະ ແຈ້ງເນື້ອທີ່ສໍາປະທານຂອງແຕ່ລະໂຄງການເປັນແຕ່ລະປີ ອອກໜັງສືແຈ້ງການຈໍາໜ່າຍດ້ວຍການກໍານົດປະລິມານ ຂະໜາດ ແລະ ຄຸນນະພາບ ຜະລິດຕະພັນແຮ່ທາດທີ່ຈະເຄື່ອນຍ້າຍ ຫຼື ຈໍາໜ່າຍ (ພາຍໃນ ແລະ ຕ່າງປະເທດ) ໃນແຕ່ລະຄັ້ງ ເພື່ອສົ່ງໃຫ້ກະຊວງການເງິນຄິດໄລ່ ແລະ ຈັດເກັບພັນທະດ້ານການເງິນ ສະຫຼຸບການຈັດຕັ້ງປະຕິບັດໂຄງການເປັນແຕ່ລະໄລຍະ ໂດຍແຍກລະອຽດຂໍ້ມູນທີ່ພົວພັນກັບການສໍາຫຼວດ ຂຸດຄົ້ນ ແລະ ສົ່ງອອກ ພ້ອມທັງຂໍ້ມູນກ່ອນການສິ້ນສຸດໂຄງການ ແລ້ວສົ່ງໃຫ້ກະຊວງການເງິນຮັບຊາບນໍາ ເພື່ອການໄລ່ລຽງພັນທະ.

ສ່ວນກະຊວງການເງິນ ຮັບຜິດຊອບໃນການຕິດຕາມ ແລະ ຢັ້ງຢືນລາຄາແຮ່ທາດຢູ່ຕະຫຼາດສາກົນ ພາກພື້ນ ແລະ ພາຍໃນປະເທດ ຄິດໄລ່ ແລະ ຈັດເກັບພັນທະພາສີ-ອາກອນ ຄ່າສໍາປະທານທີ່ດິນ ຄ່າຊັບພະຍາກອນທໍາມະຊາດ ແລະ ພັນທະງົບປະມານອື່ນ ຕາມຂໍ້ມູນຈາກກະຊວງພະລັງງານ ແລະ ບໍ່ແຮ່ ສະຫຼຸບຜົນການເກັບພັນທະດ້ານການເງິນ ໂດຍແຍກລະອຽດເປັນແຕ່ລະປະເພດພັນທະທາງດ້ານການເງິນ ແລະ ແຍກເປັນແຕ່ລະປະ ເພດແຮ່ທາດ ແຕ່ລະບໍລິສັດ ສະຫຼຸບຜົນການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ທີ່ຜ່ານດ່ານສາກົນ ຫຼື ດ່ານທ້ອງຖິ່ນ ໂດຍແຍກລະອຽດເປັນແຕ່ລະດ່ານ ແຕ່ປະເພດແຮ່ທາດ ແຕ່ລະບໍລິສັດ ແລ້ວສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບນຳຢ່າງເປັນປະຈຳ (ປະຈຳເດືອນ ໄຕມາດ ແລະ ປີ) ແລະ ສະຫຼຸບຫຍໍ້ຜົນການເຄື່ອນໄຫວ ແລະ ຖານະການເງິນ ຈາກເອກະສານລາຍງານການເງິນຂອງແຕ່ລະບໍລິສັດ ແລ້ວສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນແຕ່ລະປີ.

ພ້ອມກັນນີ້ ທັງສອງກະຊວງກໍຈະຮ່ວມມືກັນແກ້ໄຂບັນຫາທີ່ຄ້າງຄາດ້ານການເງິນຂອງແຕ່ລະບໍລິສັດໃນໄລຍະຜ່ານມາ ແລະ ຮ່ວມກັນນຳໃຊ້ມາດຕະການຕໍ່ຜູ້ລະເມີດຕ່າງໆເປັນແຕ່ລະກໍລະນີຕື່ມອີກ.
# ຂ່າວ & ພາບ: ຊິລິການດາ