3 ພາກສ່ວນ ມອບລົດ ແລະ ມອບເງິນ ເພື່ອຊ່ວຍເຫຼືອຕ້ານໂຄວິດ

     ວັນທີ 12 ສິງຫາ 2021 ທີ່ີສຳນັກງານນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະລະບາດຂອງພະຍາດໂຄວິດ-19 ໄດ້ໃຫ້ກຽດຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂບັນຫາໂຄວິດ-19 ຈາກ 3 ພາກສ່ວນ ໂດຍມີຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ພາກສ່ວນທີ່ນຳເງິນ ແລະ ເຄື່ອງມາມອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ບໍລິສັດ ຕັນຈົງມໍເຕີລາວ ຈຳກັດ ມອບລົດຕູ້ 12 ບ່ອນນັ່ງ ຈຳນວນ 01 ຄັນ ມູນຄ່າ 29.800 ໂດລາສະຫະລັດ ບໍລິສັດທີ່ປຶກສາເພື່ອການລົງທຶນ ມອບເງິນສົດ ຈຳນວນ 10.000 ໂດລາສະຫະລັດ ແລະ ຄອບຄົວປ້າ ວັນດີ ທຳມະສິດ ມອບເງິນສົດ ຈຳນວນ 70 ລ້ານກີບ ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາພາກສ່ວນທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງສະແດງເຖິງຄວາມເສຍສະຫຼະ ຄວາມຕື່ນຕົວສະໝັກໃຈ ຄວາມເປັນຫ່ວງເປັນໄຍ ຄວາມເອື້ອເຟື້ອເພື່ອແຜ່ ຄວາມສາມັກຄີເປັນເອກະພາບ ຄວາມເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ລັດຖະບານ ພະນັກງານແພດໝໍ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19.    

     ນອກຈາກນີ້ ທ່ານຫົວໜ້າຄະນະສະເພາະກິດ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ​ ແລະ ​ເງິນຊ່ວຍ​ເຫຼືອດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະ​ໂຫຍດ​ສູງ​ສຸດ.

     ໃນໂອກາດນີ້ ທ່ານຮອງນາຍົກຍັງ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ສະພາບ​ການ​ແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ ​ກໍຄືພາຍ​ໃນ ສປປ ລາວ ລວມທັງຄວາມ​ຄືບ​ໜ້າ​ການແກ້ໄຂຂໍ້ຄົງຄ້າງ-ສິ່ງທ້າທາຍ ທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ ​ເຖິງ​ຢ່າງ​ໃດ​ກໍ່​ດີ ລັດຖະບານກໍ່ຍັງ​ເຊື່ອ​ໝັ້ນ​ວ່າ ດ້ວຍຄວາມຕັດສິນໃຈສູງ ແລະ ເປັນເອກະພາບ ບວກກັບທ່າແຮງທາງດ້ານບົດຮຽນ ປະສົບການ ມູນເຊື້ອອັນດີງາມ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ແລະ ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ໄດ້.

 # ຂ່າວ & ພາບ:  ໄຊບັນດິດ

error: Content is protected !!