ເປີດໃຫ້ຈອງແລ້ວ Galaxy Z Fold3 ແລະ Z Flip3 ໂທລະສັບຈໍພັບຍຸກໃໝ່

    ຊໍາຊຸງເຜີຍສະເປັກ Galaxy Z Series 2 ຮຸ່ນຫຼ້າສຸດ ໃນງານ Galaxy Unpacked ປີ 2021 ພ້ອມເປີດໃຫ້ຈອງໃນລາວນັບແຕ່ມື້ນີ້ເປັນຕົ້ນໄປ ພາຍຫຼັງ Galaxy Z Fold3 ແລະ Z Flip3 ໄດ້ຮັບການຕິດຕາມຈາກຜູ້ສົນໃຈເຕັກໂນໂລຊີໂທລະສັບມືຖືຈໍພັບໄດ້ທົ່ວໂລກ ໃນຫຼາຍເດືອນຜ່ານມາ.  

    ການນໍາສະເໜີ Samsung Galaxy Z Fold3 ແລະ Z Flip3 ໃນງານ Galaxy Unpacked ປີ 2021 ຈັດຂຶ້ນວັນທີ 11 ສິງຫາ ຜ່ານມາ ເຊິ່ງບໍ່ພຽງສະແດງໃຫ້ເຫັນການຍົກລະດັບມາດຕະຖານໃຫ້ສະ ມາດໂຟນຈໍພັບໄດ້ຂອງຊຳຊຸງ ແຕ່ຍັງສະແດງໃຫ້ເຫັນເຖິງສະພາບແວດລ້ອມການໃຊ້ວຽກທີ່ຄົບຖ້ວນ ຈາກອຸປະກອນລໍ້າສະໄໝ ຜູ້ຈອງໂທລະສັບຈະໄດ້ຮັບອຸປະກອນເສີມພິເສດອີກຫຼາຍລາຍການ ໂດຍທັງ 2 ຮຸ່ນ ເນັ້ນຈຸດເດັ່ນສໍາຄັນຫຼາຍດ້ານ ຄື: ການອອກແບບຮູບລັກສະນະທີ່ໂດດເດັ່ນ ພົກພາສະດວກ ໜ້າຈໍໃຫຍ່ ແຂງແຮງ ມີການໃຊ້ງານໃນແບບ Flex Mode  ທີ່ຄ່ອງໂຕຍິິ່ງກວ່າເກົ່າ ແລະ ປະສິດທິຜົນໃນການເຮັດວຽກທີ່ເໜືອກວ່າສະມາດໂຟນທົ່ວໄປ ເພື່ອຕອບສະໜອງທັງຮູບລັກສະນະສະເພາະຕົວຂອງຄົນຍຸກໃໝ່ ແລະ ຄວາມລໍ້າສະໄໝທີ່ຍົກລະດັບການໃຊ້ວຽກຢ່າງມືອາຊີບ. 

    Samsung Galaxy Z Fold3 ແລະ Z Flip3 ໄດ້ຮັບການຍົກລະດັບມາດຕະຖານໂທລະສັບຈໍພັບ ສູງໄປອີກຂັ້ນ ນັບແຕ່ການອອກແບບໜ້າຈໍ Dynamic AMOLED 2X ຄວາມລະອຽດສູງ ທີ່ເຄືອບຜິວໜ້າດ້ວຍ Gorilla Glass 7 Victus ທີ່ມີຄວາມທົນທານຍິ່ງຂຶ້ນ ແລະ ສະແດງຜົນໄດ້ລື່ນໄຫຼ ມາພ້ອມຄວາມຖີ່ 120Hz ໃນຂະນະທີ່ຂະໜາດນ້ອຍລົງ ແລະ ນໍ້າໜັກເບົາກວ່າເກົ່າ ທັງສາມາດກັນນໍ້າໄດ້ຕາມມາດຕະຖານ IPx8 ທີ່ສາມາດກັນນໍ້າໄດ້ເລິກ 1,5 ແມັດ ແລະ ດົນເຖິງ 30 ນາທີ ພ້ອມໜ່ວຍປະມວນຜົນ Snapdragon 888 ທີ່ຮອງຮັບ 5G ແລະ ເຕັກໂນໂລຊີການໃຊ້ວຽກຫຼາຍໜ້າຕ່າງຫຼ້າສຸດ ທີ່ຕອບສະໜອງການໃຊ້ວຽກຜູ້ໃຊ້ຍຸກໃໝ່ໄດ້ໃນແບບທີ່ບໍ່ເຄີຍມີມາກ່ອນ. 

    Galaxy Z Fold3 ຖືເປັນຄັ້ງທຳອິດທີ່ມີການນຳເຕັກໂນໂລຊີໃນການຜະລິດຈໍແບບໃໝ່ຫຼ້າສຸດ ທີ່ເຊື່ອງກ້ອງໄວ້ລຸ່ມໜ້າຈໍ ຮອງຮັບການກວດຈັບໃບໜ້າເພື່ອຄວາມປອດໄພໃນການໃຊ້ວຽກທີ່ດີຍິ່ງຂຶ້ນ ເຮັດໃຫ້ຜູ້ໃຊ້ໄດ້ຮັບປະສົບການໃໝ່ໃນການໃຊ້ວຽກເຕັມໜ້າຈໍຢ່າງແທ້ຈິງ ໄດ້ໂດຍບໍ່ມີຊ່ອງເລນມາຂວາງ ນອກນີ້ Galaxy Z Fold3 ຍັງເປັນມືຖືຈໍພັບຮຸ່ນທຳອິດຂອງໂລກທີ່ຮອງຮັບ S Pen ທີ່ຕອບສະໜອງການໃຊ້ວຽກຂອງຜູ້ໃຊ້ໄດ້ດີ ໂດຍສະເພາະການຂຽນ ຫຼື ແຕ້ມຮູບ.

    ສະເພາະໄລຍະນໍາສະເໜີ ວັນທີ 12 ສິງຫາ ຫາ 9 ກັນຍາ 2021 ຜູ້ທີ່ຈອງ Samsung Galaxy Z Fold3 ລ່ວງໜ້າຈະໄດ້ຮັບຊຸດຂອງຂວັນທີ່ປະກອບດ້ວຍ Galax Buds2 Wireless Charger Duo ແລະ Flip Cover with Pen ແລະ ຜູ້ສັ່ງຈອງ Z Flip3 ລ່ວງໜ້າຈະໄດ້ຮັບຊຸດຂອງຂວັນ Galaxy Buds2 Wireless Charger ແລະ Clear Cover with Ring Galaxy Z Fold3 ມີວາງຈຳໜ່າຍ 3 ສີ ຄື: Phantom Black Phantom Green ແລະ Phantom Silver ສ່ວນ Galaxy Z Flip3 ມີ 4 ສີ ຄື: Cream Green Lavender ແລະ Phantom Black ເຊິ່ງສາມາດສັ່ງຈອງ ແລະ ຮັບເຄື່ອງໄດ້ ຜ່ານຕົວແທນຈຳໜ່າຍຂອງຊໍາຊຸງທົ່ວປະເທດລາວ.

 # ຂ່າວ & ພາບ: ສະບາໄພ

error: Content is protected !!