ລຽງເຮັງກໍ່ສ້າງມອບເງິນຊຸກຍູ້ວຽກງານຕ້ານໂຄວິດ-19 ໃຫ້ ນວ

    ບໍລິສັດລຽງເຮັງກໍ່ສ້າງ ແລະ ຕະຫຼາດໜອງຈັນ (ຕະຫຼາດຂົວດິນ) ມອບເງິນຊ່ວຍເຫຼືອໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງັຈນ (ນວ) ໃນວັນທີ 12 ສິງຫາ 2021 ທີ່ຫ້ອງວ່າການປົກຄອງ ນວ ມອບໂດຍທ່ານ ບຸນກອງ ແສງດາລາ ປະທານບໍລິສັດລຽງເຮັງກໍ່ສ້າງ ແລະ ຕະຫຼາດໜອງຈັນ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ. 

     ເງິນທີ່ນຳມາມອບຄັ້ງນີ້ ມີຈຳນວນ 200.000.000 ກີບ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາສູນກັກບໍລິເວນໃນ ນວ ເນື່ອງຈາກວ່າປັດຈຸບັນໄດ້ມີແຮງງານລາວທີ່ກັບຄືນມາຈາກປະເທດເພື່ອນບ້ານເຂົ້າມາ ນວ ນັບມື້ຫຼາຍຂຶ້ນ ແລະ ພົບຜູ້ຕິດເຊື້ອຫຼາຍຂຶ້ນໃນແຕ່ລະວັນ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!