ກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ສິ່ງທ້າທາຍຕໍ່ວຽກງານການພິມຈຳໜ່າຍໃນໄລຍະໃໝ່ ເພື່ອຊົມເຊີຍວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ຈັດຂຶ້ນວັນທີ 11 ສິງຫາ 2021 ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີພະເຖລານຸເຖລະ ຫົວໜ້າກົມ ຮອງກົມ ປະທານສະມາຄົມນັກປະພັນລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ກ່າວວ່າ: ການຈັດຕັ້ງເສວະນາຄັ້ງນີ້ ເພື່ອຄົ້ນຄວ້າຕີລາຄາຄືນ ຜົນງານທີ່ປະຕິບັດໄລຍະຜ່ານມາ ໃນຂົງເຂດວຽກງານການພິມຈຳໜ່າຍ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ບັນຫາຂໍ້ຄົງຄ້າງ ສິ່ງທ້າທ້າຍຕໍ່ວຽກງານການພິມຈຳໜ່າຍໃນປັດຈຸບັນ ແລະ ວາງທິດທາງການເຄື່ອນໄຫວວຽກງານວິຊາການດ້ານວັນນະຄະດີການພິມ ການຈັດພິມ ແລະ ການຈຳໜ່າຍຜະລິດຕະພັນສິ່ງພິມໃນຕໍ່ໜ້າ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານພິມຈຳໜ່າຍແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນມີຄວາມເປັນລະບຽບ ເປັນລະບົບ ຖືກຕ້ອງຕາມກົດໝາຍວ່າດ້ວຍພິມຈຳໜ່າຍ ສາມາດຊຸກຍູ້ສົ່ງເສີມພາກສ່ວນດຳເນີນທຸລະກິດການພິມ ໂຮງພິມຂອງພາກລັດ ແລະ ເອກະຊົນໃນຂະແໜງການດັ່ງກ່າວໃຫ້ມີການຂະຫຍາຍຕົວທັງປະລິມານ ແລະຄຸນນະພາບ.

ສະນັ້ນ ການເສວະນາຄັ້ງນີ້ຈຶ່ງມີຄວາມໝາຍສຳຄັນທີ່ສຸດ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການຍາຍການແລກປ່ຽນບົດຮຽນວຽກງານການພິມຈຳໜ່າຍຈາກພາກສ່ວນຄຸ້ມຄອງມະຫາພາກຂອງກົມວັນນະຄະດີ ແລະພິມຈຳໜ່າຍ ແລະ ອາຈານຜູ້ມີປະສົບການບັນນາທິການໃນການຂີດຂຽນ ບົດປະພັນ ກະວີ ບົດເລື່ອງ ບົດວິທະຍາສາດ ໃນຂົງເຂດການພິມຈຳໜ່າຍ.

ການເສວະນາໄດ້ມີຫຼາຍຫົວຂໍ້ເພື່ອສົນທະນາແລກປ່ຽນເຊັ່ນ: ການຄຸ້ມຄອງວຽກງານພິມຈຳໜ່າຍ ສິ່ງທ້າທາຍຕໍ່ວຽກງານການຈັດພິມ (ບັນນາທິການ) ແລະຈຳໜ່າຍໃນໄລຍະໃໝ່ ການໃຊ້ພາສາລາວກັບວຽກງານການຈັດພິມປຶ້ມ ແລະ ສິ່ງພິມ ສິ່ງທ້າທາຍຕໍ່ຂົງເຂດການພິມ (ໂຮງພິມ) ໃນໄລຍະໃໝ່ ແລະ ບັນຫາອື່ນທີ່ກ່ຽວຂ້ອງ.
ຮຽກຮ້ອງມາຍັງບັນດາທ່ານວິທະຍາກອນ ແລະນັກສຳມະນາກອນຈົ່ງສຸມຈິດສຸມໃຈໃສ່ໃນການແລກປ່ຽນບົດຮຽນ ແລະປະສົບການຕົວຈິງໃນຂົງເຂດການພິມຈຳໜ່າຍໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານປະທານສະມາຄົມການພິມ ສະມາຄົມນັກປະພັນລາວ ສະມາຄົມຫໍສະໝຸດ ແລະ ບັນດາທ່ານຜູ້ອຳນວຍການໂຮງພິມ ສຳນັກພິມ ແລະພາກສ່ວນຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນອຸປະຖຳການຈັດເສວະນາຄັ້ງນີ້ຢ່າງມີຜົນສຳເລັດ.
# ຂ່າວ & ພາບ : ລັດເວລາ