ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ໃນຊຸມຊົນ 7 ຄົນ

      ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ໃນໂລກ  ໃນວັນທີ 11 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ວ່າ:ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 10 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.725 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 285 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ສະຫວັນນະເຂດ 1 ຄົນ (ນັກສຶກສາແພດ ທີ່ເປັນອາສາສະໝັກຊ່ວຍກັ່ນກອງ ແລະ ສໍາພາດແຮງງານ ເຊິ່ງເຮັດວຽກຢູ່ສູນໄດ້ 1 ເດືອນ) ຈຳປາສັກ 2 ຄົນ (ທັງສອງ ແມ່ນພະນັກງານ ປກສ ປະຈຳຢູ່ດ່ານ) ບໍ່ແກ້ວ 3 ຄົນ (ເມືອງຕົ້ນເຜິ້ງ) ເປັນຄົນລາວ 1 ຄົນ ສປ ຈີນ 1 ຄົນ ແລະ ສສ ຫວຽດນາມ 1 ຄົນ ອັດຕະປື 1 ຄົນ (ແພດຢູ່ໂຮງໝໍ ກັບຈາກໄປອົບຮົມວຽກງານໄຂ້ມາລາເລຍ ຢູ່ແຂວງສະຫວັນນະເຂດ) ສ່ວນ ກໍລະນີນໍາເຂົ້າ ມີ 278 ຄົນ ຈາກນະຄອນຫຼວງ 30 ຄົນ ແຂວງວຽງຈັນ 1 ຄົນ ຄຳມ່ວນ 60 ຄົນ ສາລະວັນ 12 ຄົນ ສະຫວັນນະເຂດ 97 ຄົນ ແລະ ຈໍາປາສັກ 78 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

    ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9.161 ຄົນ ຄົນເຈັບເສຍຊີວິດສະສົມ 8 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.100 ຄົນ ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກມື້. 

   ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 10 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ  ທັງໝົດ 2.750 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 100 ສູນ ແລະ 48 ໂຮງແຮມ ມີຜູ້ຈຳກັດບໍລິເວນ 14.228 ຄົນ.

error: Content is protected !!