ສປ ຈີນ ມອບຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານໂດສ ໃຫ້ແກ່ ສປປ ລາວ

    ພິທີມອບ-ຮັບ ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.000.000 ໂດສ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ຕາງໜ້າລັດຖະບານຈີນມອບໂດຍທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີລັດຖະມົນຕີ ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

    ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ສົ່ງຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານໂດສ ມາຊ່ວຍ ສປປ ລາວ ໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງພັກ ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ທີ່ເປັນມູນເຊື້ອ ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ເຊິ່ງປີນີ້ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ ແລະ ເປັນປີມິດຕະພາບລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

    ນອກຈາກນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ບໍ່ວ່າຍາມໃດກໍມີຄວາມເປັນຫ່ວງເປັນໄຍຕໍ່ ສປປ ລາວ ໂດຍສະເພາະໃນສະພາບປັດຈຸບັນທີ່ ສປປ ລາວ ກຳລັງສຸມໃສ່ຮັບມືກັບແຮງງານລາວທີ່ຕິດເຊື້ອມາຈາກຕ່າງປະເທດມີຈຳນວນຫຼາຍໃນແຕ່ລະວັນ ໃນຂະນະດຽວກັນ ລັດຖະບານ ແລະ ປະຊາຊົນຈີນກໍໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອອັນລ້ຳຄ່າມາໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວຕະຫຼອດມາ ພ້ອມນັ້ນ ການສັກຢາວັກຊີນເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນຄວາມຈຳເປັນໃນການປ້ອງກັນຊີວິດຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ພົນລະເມືອງລາວໄດ້ 50% ຂອງພົນລະເມືອງພາຍໃນປີ 2021 ນີ້.

    ໃນໂອກາດດຽວກັນ ທ່ານ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ເຊິ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງ ສປ ຈີນ ຕໍ່ລັດຖະບານ ແລະ ປະຊາຊົນລາວ ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນກັນອີກດ້ວຍ.

# ຂ່າວ & ພາບ :  ສີພອນ

error: Content is protected !!