5 ສິ່ງທີ່ຄວນຮູ້ ກ່ຽວກັບມາດຕະຖານຊຸມຊົນຂອງ Facebook

    ໃນທຸກໆວັນ ຜູ້ຄົນໃຊ້ Facebook ເພື່ອແບ່ງປັນປະສົບການຂອງຕົວເອງເຊື່ອມຕໍ່ກັບໝູ່ເພື່ອນ ແລະ ຄອບຄົວ ລວມທັງ ສ້າງຊຸມຊົນ ພວກເຮົາເປັນບໍລິການທີ່ໃຫ້ຜູ້ຄົນຫຼາຍກວ່າ 3 ຕື້ຄົນ ໄດ້ສະແດງຕົວຕົົນຢ່າງອິດສະຫຼະ ຢູ່ລະຫວ່າງຫຼາຍປະເທດ ວັດທະນະທຳ ແລະ ພາສາ ເພື່ອຮັບປະກັນວ່າແພລດຟອມຂອງພວກເຮົາເປັນສະຖານທີ່ທີ່ຜູ້ຄົນຮູ້ສຶກໝັ້ນໃຈໃນການສື່ສານ ແລະ ປ້ອງກັນການນໍາໃຊ້ທີ່ຜິດ ຫຼື ການລ່ວງລະເມີດເທິງການບໍລິການ ເພື່ອສ້າງຊຸມຊົນທີ່ປອດໄພ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ Facebook ໄດ້ພັດທະນາມາດຕະຖານຊຸມຊົນຂຶ້ນມາ ເຊິ່ງກຳນົດເນື້ອໃນທີ່ອະນຸຍາດ ແລະ ບໍ່ອະນຸຍາດໃນ Facebook ໃນນີ້ 5 ສິ່ງທີ່ຄວນຮູ້ກ່ຽວກັບມາດຕະຖານຊຸມຊົນຂອງ Facebook ປະກອບມີຄື:

    1. ມາດຕະຖານຊຸມຊົນແມ່ນຫຍັງ ແລະ ເຮົາສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບມັນໄດ້ແນວໃດ: ເປົ້າໝາຍຂອງມາດຕະຖານຊຸມຊົນ ເພື່ອສ້າງສະຖານທີ່ສຳລັບການສະແດງອອກ ແລະ ເຮັດໃຫ້ສຽງຂອງທຸກຄົນມີຄວາມໝາຍ ເຊິ່ງການສ້າງຊຸມຊົນ ແລະ ເຮັດໃຫ້ທົ່ວໂລກໄດ້ໃກ້ຊິດກັນຍິ່ງຂຶ້ນ ແມ່ນຂຶ້ນກັບຄວາມສາມາດຂອງທຸກຄົນໃນການແບ່ງປັນມຸມມອງທີ່ຫຼວງຫຼາຍ ປະສົບການ ຄວາມຄິດ ແລະ ຂໍ້ມູນ ເພື່ອສ້າງເງື່ອນໄຂທີ່ທຸກຄົນຮູ້ສຶກສະບາຍໃຈໃນການສະແດງອອກຢ່າງອິດສະຫຼະ ຕ້ອງຮັກສາຊຸມຊົນທີ່ມີຄວາມ ປອດໄພ ຄວາມເປັນສ່ວນຕົວ ກຽດສັກສີ ແລະ ຄວາມຖືກຕ້ອງເປັນຈິງ.

    2. ຂົງເຂດນະໂຍບາຍທີ່ມາດຕະຖານຊຸມຊົນກວມເອົາມີຫຍັງແດ່: ມາດຕະຖານຊຸມຊົນຂອງພວກເຮົາ ກວມເອົາຂົງເຂດນະໂຍ ບາຍທີ່ກວ້າງຂວາງ ເພື່ອກຳຈັດທຸກເນື້ອໃນທີ່ເປັນອັນຕະລາຍຈາກການດູໝິ່ນ ການຄຸກຄາມ ແລະ ຄຳເວົ້າທີ່ກຽດຊັງ ຮູບພາບ ທີ່ຮຸນແຮງ ແລະ ໄພຂົ່ມຂູ່ທີ່ໜ້າເຊື່ອຖື ລວມເຖິງບັນຊີປອມ ການສໍ້ໂກງ ແລະ ການແອບອ້າງ.

    3. ມາດຕະຖານຊຸມຊົນ ບັງຄັບໃຊ້ເທິງແພລດຟອມແນວໃດ: ນະໂຍບາຍຂອງພວກເຮົາມີປະສິດທິຜົນເຊັ່ນດຽວກັບການບັງ ຄັບໃຊ້ຂອງພວກເຮົາ ເຊິ່ງພວກເຮົານຳໃຊ້ຮູບການແບບປະສົມປະສານທີ່ປະກອບດ້ວຍການລາຍງານຈາກຊຸມຊົນຂອງພວກເຮົາ ການກວດສອບໂດຍມະນຸດ ແລະ ເຕັກໂນໂລຊີ ເພື່ອລະບຸ ແລະ ກອດສອບເນື້ອໃນອີງຕາມມາດຕະຖານຂອງພວກເຮົາ ທຸກສິ່ງທຸກ ຢ່າງເທິງ Facebook ສາມາດລາຍງານໄດ້ ເຊັ່ນ: ເພດຈປະຫວັດສ່ວນບຸກຄົນ ໂພສຮູບພາບ ຄຳຄິດເຫັນ ແລະ ທຸກຄົນສາມາດ ລາຍງານເນື້ອໃນໃຫ້ພວກເຮົາໄດ້ ຖ້າຄິດວ່າມັນລະເມີດມາດຕະຖານຂອງພວກເຮົາ.

    4. Facebook ສາມາດກວດສອບເນື້ອຫາທີ່ເປັນພາສາລາວໄດ້ບໍ ?: ພວກເຮົາມີພະນັກງານຫຼາຍກວ່າ 35.000 ຄົນ ຮັບຜິດຊອບໜ້າທີ່ດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ Facebook ໃນນີ້ປະມານ 15.000 ຄົນ ຮັບຜິດຊອບໜ້າທີ່ດ້ານກວດ ສອບເນື້ອໃນ ທີມຂອງພວກເຮົາເຮັດວຽກ 24 ຊົ່ວໂມງຕໍ່ວັນ ໃນຫຼາຍກວ່າ 50 ພາສາ ເພື່ອກວດສອບເນື້ອໃນທີ່ຂັດແຍ່ງ ກັບນະໂຍບາຍຂອງພວກເຮົາ ເຊິ່ງກວມເອົາພາສາທີ່ໃຊ້ຢ່າງກວ້າງຂວາງໃນຊຸມຊົນ ນອກນີ້ ຍັງສາມາດກວດສອບເນື້ອໃນທີ່ເປັນພາສາລາວໄດ້ອີກດ້ວຍ.

    5. ເປັນຫຍັງເນື້ອໃນທີ່ເຮົາລາຍງານຈຶ່ງບໍ່ຖືກລຶບອອກ: ສິ່ງທີ່ສຳຄັນທີ່ສຸດທີ່ເຮົາສາມາດເຮັດໄດ້ ເມື່ອພົບເນື້ອໃນເທິງ Facebook ທີ່ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແມ່ນການລາຍງານໂດຍນໍາໃຊ້ເຄື່ອງໝາຍ 3 ຈໍ້າ ທີ່ຢູ່ດ້ານຂວາຂອງ ໂພສ ແລະ ກົດເຂົ້າໄປທີ່ “ຄົ້ນຫາການສະໜັບສະໜູນ ຫຼື ລາຍງານໂພສ” ພຽງແຕ່ລາຍງານດຽວກໍພຽງພໍສຳລັບພວກເຮົາທີ່ຈະລຶບ ເນື້ອໃນອອກ ຖ້າມີການລະເມີດນະໂຍບາຍຂອງພວກເຮົາ.

# ຂ່າວ & ພາບ : ສະບາໄພ

error: Content is protected !!