ພິທີມອບ-ຮັບຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດໃຫ້ລວມສູນ ຜ່ານລະບົບ TaxRis ລະຫວ່າງກົມຄຸ້ມຄອງຊັບສິນຂອງລັດ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໃຫ້ກົມສ່ວຍສາອາກອນ ລວມສູນຜ່ານລະບົບ TaxRis ເພື່ອກຽມຄວາມພ້ອມທົດລອງນຳໃຊ້ ແລະ ປັບປຸງໃຫ້ມີຄວາມສອດຄ່ອງກັບລະບົບ ທັງເປັນບ່ອນອີງໃນການມອບໂອນຖານຂໍ້ມູນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກ 2 ຂະແໜງດັ່ງກ່າວ.

ວັນທີ 10 ສິງຫາ 2021 ຢູ່ກົມສ່ວຍສາອາກອນ ໄດ້ມີພິທີລົງນາມບົດບັນທຶກມອບ-ຮັບຂໍ້ມູນຖານລາຍຮັບ ເຊິ່ງມອບໂດຍທ່ານ ພູດົງ ສຸຂະວົງ ຮັກສາການກົມຄຸ້ມຄອງຊັບສິນຂອງລັດ ແລະ ທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແລະ ຮັບໂດຍທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ມີທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.


ການມອບ-ຮັບຂໍ້ມູນຖານລາຍຮັບດັ່ງກ່າວ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3242/ກງ ລົງວັນທີ 23 ກໍລະກົດ 2021 ວ່າດ້ວຍການແຈ້ງມອບລາຍຮັບຈາກຈາກຊັບສິນຂອງລັດ ແລະ ລາຍຮັບຈາກວິສາຫະກິດໃຫ້ລວມສູນ ຜ່ານລະບົບ TaxRis ໂດຍເຫັນດີມອບໃຫ້ກົມສ່ວຍສາອາກອນ ກົມຄຸ້ມຄອງຊັບສິນຂອງລັດ ແລະ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເຮັດບົດບັນທຶກຄວາມເຂົ້າໃຈ ພ້ອມທັງມອບວຽກທີ່ກ່ຽວຂ້ອງໃຫ້ສຳເລັດໃນເດືອນກໍລະກົດ 2021 ແລະ ປັບປຸງແຜນລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດ ໄປຂຶ້ນກັບກົມສ່ວຍສາອາກອນ ໃນປີ 2022 ເພື່ອໃຫ້ສອດຄ່ອງກັບພາລະບົດບາດໃໝ່ຂອງກົມສ່ວຍສາອາກອນ.

ນອກນີ້ ຍັງມອບໃຫ້ກົມຄຸ້ມຄອງຊັບສິນຂອງລັດນຳໃຊ້ລະບົບ TaxRis ຕິດຕາມກວດກາການແຈ້ງມອບລາຍຮັບຈາກຊັບສິນຂອງລັດ ກົມຄຸ້ມຄອງວິສາຫະກິດລັັດລົງທຶນ ແລະ ການປະກັນໄພ ເພື່ອກວດກາໃຫ້ຖືກຕ້ອງຕາມສັນຍາກົດໝາຍ ແລະ ລະບຽບການສັງລວມຕົວເລກລາຍຮັບດັ່ງກ່າວ ເພື່ອສົມທຽບກັບຄັງເງິນແຫ່ງຊາດ ພ້ອມນີ້ ຍັງມອບໃຫ້ກົມສ່ວຍສາອາກອນສ້າງແຜນລາຍຮັບ ປະຈຳປີ 2022 ໃຫ້ລວມລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນ ຕາມການມອບໝາຍ ຈັດເຝິກອົບຮົມການແຈ້ງມອບລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນໃຫ້ຜູ້ປະກອບການ ບຸກຄົນ ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ພ້ອມທັງໂຄສະນາເຜີຍແຜ່ການແຈ້ງມອບພັນທະຕ່າງໆຜ່ານລະບົບ TaxRis ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ.
# ຂ່າວ & ພາບ : ສະບາໄພ