ບໍລິສັດພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ມອບເງິນຊ່ວຍເຫຼືອໃຫ້ແກ່ຄະນະຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 10 ສິງຫາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ມອບໂດຍທ່ານ ສີທາ ພົມມະຈິດ ຜູ້ອຳນວຍການບໍລິສັດບໍລິສັດພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ເງິນທີ່ນຳມາມອບຄັ້ງນີ້ ມີຈຳນວນ 50.000.000 ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ສູນກັກບໍລິເວນໃນ ນວ ເນື່ອງຈາກວ່າປັດຈຸບັນ ໄດ້ມີແຮງງານລາວທີ່ກັບຄືນມາຈາກປະເທດເພື່ອນບ້ານເຂົ້າມາ ນວ ນັບມື້ຫຼາຍຂຶ້ນ ແລະ ພົບຜູ້ຕິດເຊື້ອຫຼາຍຂຶ້ນໃນແຕ່ລະວັນ.

ໂອກາດນີ້ ທ່ານເຈົ້າຄອງກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ເປັນຫ່ວງເປັນໄຍຕໍ່ກັບວຽກງານປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ກໍຄືຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງການໃຫ້ການຊ່ວຍເຫຼືອຄັ້ງນີ້ ຈະເປັນທຶນຮອນເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະ ຈະນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ