ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ

     ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາເປັນເວລາ 5 ວັນ ຮອດຕອນບ່າຍວັນທີ 10 ສິງຫາ 2021 ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ນໍາພັກ-ລັດຂັ້ນສູງ ອະດີດການນໍາພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

    ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວບົດສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝວິສາມັນເທື່ອນີ້ ໄດ້ສຸມໃສ່ຄົ້ນຄວ້າ ແລະ ພິຈາລະນາເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ມີການປຶກສາຫາລື ປັບປຸງກົດໝາຍທີ່ກ່ຽວຂ້ອງດ້ວຍຈິດໃຈເຄັ່ງຮ້ອນ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍ ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມສູ້ຊົນກະກຽມວາລະແຫ່ງຊາດທັງສອງສະບັບ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດເທື່ອນີ້ ພ້ອມນີ້ ກອງປະຊຸມສະເໜີ ລັດຖະບານສືບຕໍ່ນໍາເອົາຄວາມຄິດເຫັນຂອງກອງປະຊຸມໄປປັບປຸງເຂົ້າໃສ່ວາລະແຫ່ງຊາດໃຫ້ມີເນື້ອໃນຮັດກຸມ ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຮີບຮ້ອນສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍທີ່ພົວພັນກັບວາລະແຫ່ງຊາດໃຫ້ເປັນລະບົບໂດຍໄວ ແນໃສ່ຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ສືບຕໍ່ສ້າງໃຫ້ສັງຄົມມີຄວາມສະຫງົບສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອສ້າງເງື່ອນໄຂ ແລະ ເປັນເຄື່ອງມືສໍາຄັນໃນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ເປັນຮູບປະທໍາ ກອງປະຊຸມສະເໜີໃຫ້ຄະນະຮັບຜິດຊອບນໍາເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປສືບຕໍ່ປັບປຸງໃສ່ບັນດາຮ່າງເນື້ອໃນ ປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວໃຫ້ຄົບຖ້ວນສົມບູນ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດວາລະແຫ່ງຊາດມີຜົນສໍາເລັດເປັນຢ່າງດີ.

        ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ກອງປະຊຸມສະແດງຄວາມຊົມເຊີຍຕໍ່ທຸກຄວາມພະຍາຍາມຂອງລັດຖະບານ ໃນການນໍາພາ-ຊີ້ນໍາຂະແໜງການກ່ຽວຂ້ອງ ເອົາໃຈໃສ່ກໍານົດນະໂຍບາຍ ມາດຕະການ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ ພ້ອມທັງເປັນເຈົ້າການ ແລະ ຊຸກຍູ້ສັງຄົມເຂົ້າຮ່ວມຈັດຕັ້ງປະບັດບັນດາມາດຕະການຢ່າງເຂັ້ມງວດ ອັນໄດ້ປະກອບສ່ວນເຮັດໃຫ້ປະເທດລາວຂອງພວກເຮົາສາມາດຄວບຄຸມການລະບາດ ແລະ ຜ່ອນຜັນມາດຕະການຕ່າງໆລົງໄດ້ເທື່ອລະກ້າວ.

    ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງອະທິບາຍຈາກທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ກອງປະຊຸມມີຄວາມສົນໃຈ ພິເສດ ກອງປະຊຸມຄັ້ງນີ້ໄດ້ຮັບກຽດຢ່າງສູງ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ສສ ຫວຽດນາມ ທີ່ນໍາພາໂດຍສະຫາຍ  ຫງວຽນ ຊວນ ຟຸກ ກໍາມະການກົມການເມືອງສູນກາງພັກ ປະທານປະເທດ ສສ ຫວຽດນາມ ເຊິ່ງໄດ້ມີການກ່າວຄໍາປາໄສທີ່ສໍາຄັນຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ແລະ ໄດ້ເຂົ້າຮ່ວມພິທີມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ແລະ ການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ ແລະ ລາວ ການຢ້ຽມຢາມ ແລະ ການກ່າວປາໄສໃນພິທີເປີດນໍາໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ກາຍເປັນເຫດການການເມືອງທີ່ສໍາຄັນໃນການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດນາມ ພັກ-ລັດ ແລະ ສະພາແຫ່ງຊາດລາວ ໄດ້ຮັບຂອງຂວັນອັນລໍ້າຄ່າຈາກພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເປັນການສະແດງໃຫ້ເຫັນເຖິງໝາກຜົນຕົວຈິງຂອງການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ.

ຂ່າວ & ພາບ: ຂັນທະວີ

error: Content is protected !!