ພິທີມອບ-ຮັບໂຮງຮຽນທິດສະດີການເມືອງກອງທັບຢ່າງເປັນທາງການ ຈັດຂຶ້ນວັນທີ 9 ສິງຫາ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາສະຫາຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໃນນາມເຈົ້າຂອງໂຄງການ ໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບວ່າ: ໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດຫວຽດນາມ ໂດຍມີເນື້ອທີ່ການກໍ່ສ້າງທັງໝົດ 10 ເຮັກຕາ ມີມູນຄ່າການກໍ່ສ້າງທັງໝົດ 301 ຕື້ດົງ ໂດຍເລີ່ມກໍ່ສ້າງນັບແຕ່ປີ 2018-2021 ສຳເລັດຕາມແຜນການທີ່ວາງໄວ້ ໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ມີຄວາມໝາຍສໍາຄັນ ແລະ ຈໍາເປັນສໍາລັບກອງທັບປະຊາຊົນລາວ ໃນການກໍ່ສ້າງພະນັກງານນາຍທະຫານຂົງເຂດວຽກງານພັກ-ວຽກງານການເມືອງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການໃນການສ້າງກອງທັບ ມີແບບແຜນ ແລະ ທັນສະໄໝ.

ພາຍຫຼັງທີ່ສໍາເລັດການກໍ່ສ້າງ ທາງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຕັ້ງເປີດຊຸດອົບຮົມບຳລຸງພະນັກງານສຳເລັດຈຳນວນໜຶ່ງ ເຊັ່ນ: ສົກ ປີ 2020-2021 ໄດ້ເປີດຊຸດບໍາລຸງທິດສະດີມາກ-ເລນີນ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ ຊຸດບໍາລຸງວຽກງານກວດກາກອງທັບ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ ຊຸດບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ (ລະບົບ 3 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ ແລະ ຊຸດບໍາລຸງວຽກງານປ້ອງກັບພາຍໃນກອງທັບ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ ພິເສດ ປັດຈຸບັນກໍາລັງດໍາເນີນການເຝິກອົບຮົມວຽກງານສືບສວນ-ສອບສວນ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 40 ສະຫາຍ ໂດຍແມ່ນຊ່ຽວຊານຈາກກົມສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມມາຊ່ວຍ ຜົນສຳເລັດຂອງໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ຫວຽດນາມ-ລາວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.

# ຂ່າວ & ພາບ : ໄຊບັນດິດ