ມອບ-ຮັບ ແລະ ເປີດນໍາໃຊ້ຫໍສະພາແຫ່ງຊາດຫຼັງໃໝ່

    ພິທີມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ຈັດຂຶ້ນວັນທີ 10 ສິງຫາ 2021 ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກ່າວມອບໂດຍທ່ານ ຫງວຽນ ຊວັນ ພຸກ ປະທານປະເທດ ສສ ຫວຽດນາມ ແລະ ກ່າວຮັບໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ ມີການນໍາຂັ້ນສູງລາວ-ຫວຽດນາມ ອະດີດການນໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. 

    ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນສະພາແຫ່ງຊາດລາວເປັນເຈົ້າຂອງໂຄງການ ແລະ ໄດ້ຮັບທຶນຊ່ວຍເຫຼືອສ້າງຈາກພັກ-ລັດ ແລະ ປະຊາຊົນຫວຽດນາມ ເພື່ອເປັນຂອງຂວັນອັນລໍ້າຄ່າໃຫ້ແກ່ພັກ-ລັດ ກໍຄືສະພາແຫ່ງຊາດ ແລະ ປະຊາຊົນລາວນໍາໃຊ້ ທັງເປັນສັນຍະລັກແຫ່ງຄວາມສາມັກຄີພິເສດຫວຽດນາມ-ລາວ. 

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຂອງຂວັນອັນປະເສີດດັ່ງກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາແຫ່ງນີ້ໃຫ້ຄົງຢູ່ຄູ່ກັບພະທາດຫຼວງທີ່ເປັນສະຖານທີ່ສັກກາລະບູຊາຂອງປະຊາຊົນລາວຕະຫຼອດໄປ ນອກນີ້ ໃນພິທີ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ແກ່ກະຊວງກໍ່ສ້າງ ສສ ຫວຽດນາມ ແລະ ລັດຖະດໍາລັດວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງ ກະຊວງກໍ່ສ້າງ ແລະ ແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດ ສສ ຫວຽດນາມ (ຜູ້ຮັບເໝົາກໍ່ສ້າງ) ເຊິ່ງໃຫ້ກຽດປະດັບຫຼຽນໄຊອິດສະຫຼະໂດຍທ່ານ ທອງລຸນ ສີສຸລິດ ພ້ອມນັ້ນ ທ່ານ ເລແຄັງ ຫາຍ ຕາງໜ້າໃຫ້ລັດຖະບານ ສສ ຫວຽດນາມ ຜ່ານລັດຖະດໍາລັດຂອງປະທານປະເທດ ສສ ຫວຽດນາມ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດຊຸດທີ VIII ຫົວໜ້າຄຸ້ມຄອງໂຄງການ ແລະ ລັດຖະດໍາລັດຂອງປະທານປະເທດ ສສ ຫວຽດນາມ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ທ່ານ ນາງ ສວນສະຫວັນ ວິຍາເກດ ເລຂາທິການສະພາແຫ່ງຊາດ ຊຸດທີ VIII ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ເກດແກ້ວ ສີຫາລາດ ຮອງຫົວໜ້າກໍາມາທິການແຜນການ-ການເງິນ ແລະ ການກວດສອບສະພາແຫ່ງຊາດຊຸດທີ VIII ໂດຍໃຫ້ກຽດປະດັບຂອງທ່ານ ຫງວຽນ ຊວນ ຟຸກ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!