ສືບຕໍ່ແຈກຢາຍສິ່ງຂອງໃຫ້ປະຊາຊົນສອງບ້ານ

    ວັນທີ 9 ສິງຫາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ນໍາເອົາສິ່ງຂອງມອບຊ່ວຍເຫຼືອປະຊາຊົນບ້ານຝາຍ ແລະ ບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທັງໝົດ 135 ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດໄລຍະການລະບາດພະຍາດໂຄວິດ-19. 

    ສິ່ງຂອງທີ່ມອບຄັ້ງນີ້ ໄດ້ຮັບການປະກອບສ່ວນຈາກອາຈານ ຄໍາຜົງ ປານີຈິດ ນາງໄພວັນ ທ່ານ ບຸນເກີດ ແມ່ສີທອງ ລຸງລ້ວນ ປ້າຈູມມະລີ ແລະ ນາງຈູດ ໄຊຊະນະລີ

# ຂ່າວ & ພາບ :  ຂັນທະວີ

error: Content is protected !!