ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ພອນປະເສີດ ໄຊຍະມົງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຮ່ວມກັນຖະແຫຼງຂ່າວປະຈຳວັນທີ 10 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ.

ທ່ານນາງ ພອນປະເສີດ ໄຊຍະມົງຄຸນ ກ່າວວ່າ: ໃນວັນທີ 9 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 3.345 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 315 ຄົນ ຕິດເຊື້ອພາຍໃນແຂວງມີຈຳນວນ 14 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງບໍ່ແກ້ວ 8 ຄົນ ແລະ ແຂວງຄຳມ່ວນ 3 ຄົນ (ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ) ການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດຖືກຕ້ອງຕາມລະບຽບຫຼັກການ ມີຈຳນວນ 301 ຄົນ ຈາກນະຄອນຫຼວງວຽງຈັນ 39 ຄົນ ແຂວງຫຼວງພະບາງ 2 ຄົນ ວຽງຈັນ 7 ຄົນ ຄຳມ່ວນ 69 ຄົນ ສະຫວັນນະເຂດ 77 ຄົນ ສາລະວັນ 64 ຄົນ ແລະ ແຂວງຈຳປາສັກ 43 ຄົນ.

ສຳລັບຜູ້ຕິດເຊື້ອ 2 ຄົນໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ລາຍລະອຽດມີດ່ັງນີ້:
ຜູ້ທີ 1: ເພດຊາຍ ອາຍຸ 32 ປີ ອາຊີບພະນັກງານແພດ ປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ບ້ານນາຕານ ເມືອງໄຊທານີ ນວ ຜູ້ກ່ຽວສັກວັກຊິນຄົບ 2 ເຂັມ ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ນັບແຕ່ວັນທີ 26 ກໍລະກົດ ຮອດວັນທີ 7 ສິງຫາ 2021 ເຮັດໜ້າທີ່ຕິດຕາມສຸຂະພາບຂອງແຮງງານ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ ຜູ້ກ່ຽວບໍ່ມີອາການສະແດງຫຍັງ ໃນວັນທີ 7 ສິງຫາ 2021 ໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອໂຄວິດ-19 ໃນວັນທີ 9 ສິງຫາ 2021 ມີຜູ້ສຳຜັດໃກ້ຊິດ 11 ຄົນ.
ຜູ້ທີ 2: ເພດຊາຍ ອາຍຸ 42 ປີ ອາຊີບພະນັກງານ ປກສ ປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ຢູ່ບ້ານອາມອນ ເມືອງໄຊເສດຖາ ນວ ຜູ້ກ່ຽວບໍ່ມີພະຍາດປະຈຳໂຕ ສຸຂະພາບແຂງແຮງ ບໍ່ມີອາການສະແດງ ແລະ ບໍ່ໄດ້ຮັບວັກຊິນ ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ແມ່ນເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ ໃນວັນທີ 30 ກໍລະກົດ 2021 ໄດ້ເກັບຕົວຢ່າງກວດ (ບໍ່ພົບເຊື້ອ) ແລະ ໃນວັນທີ 7 ສິງຫາ 2021 ເກັບຕົວຢ່າງກວດຄັ້ງທີ 2 ຜົນກວດແມ່ນພົບເຊື້ອໂຄວິດ-19 ມີຜູ້ສຳຜັດໃກ້ຊິດ 8 ຄົນ.
ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 8.876 ຄົນ ເສຍຊີວິດຈຳນວນ 8 ຄົນ ແລະ ກໍາລັງປິ່ນປົວ 4.240 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 204.051.544 ຄົນ (ໃໜ່ 501.918 ຄົນ) ເສຍຊີວິດສະສົມ 4.315.171 ຄົນ (ໃໝ່ 7.643 ຄົນ) ແລະ ປີ່ນປົວຫາຍດີ 183.224.953 ຄົນ(ໃໝ່ 524.053 ຄົນ)
# ຂ່າວ & ພາບ : ຊິລິການດາ