ໃນໂອກາດທີ່ມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ວັນທີ 10 ສິງຫາ 2021 ສະຫາຍ ຫງວຽນ ຊວນ ຟຸກ ປະທານປະເທດ ສສ ຫວຽດນາມ ໄດ້ຢ້ຽມຢາມສະພາແຫ່ງຊາດ ເພື່ອພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມນັ້ນ ໄດ້ເຂົ້າຮ່ວມກອງປະຊຸມວິສາມັນຄັ້ງທີ I ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມີທ່ານ ທອງລຸນ ສີສຸລິດ ແລະ ການນໍາຂັ້ນສູງຂອງລາວເຂົ້າຮ່ວມ.


ໂອກາດນີ້ ທ່ານ ຫງວຽນ ຊວນ ຟຸກ ໄດ້ກ່າວຄໍາປາໄສທີ່ສໍາຄັນ ໂດຍມີການທົບທວນຄືນເຖິງມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ລາວ-ຫວຽດນາມ ຕີລາຄາສູງ ບັນດາຜົນສໍາເລັດຮອບດ້ານຂອງ ສປປ ລາວ ທີ່ຍາດມາໄດ້ ໃນການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂທີ່ປະເທດພວມມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ພ້ອມທັງໄດ້ອວຍພອນໃຫ້ປະຊາຊົນລາວຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຊາດຕາມທິດສັງຄົມນິຍົມ ສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນການປະຕິບັດວາສະເເຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂຢາເສບຕິດ ທີ່ກອງປະຊຸມສະໄໝວິສາມັນຄັ້ງນີ້ໄດ້ຮັບຮອງເອົາ ພ້ອມນັ້ນ ຍັງໄດ້ຢືນຢັນວ່າ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມມືກັບພັກລັດ ແລະ ປະຊາຊົນລາວ ໃນການຊຸກຍູ້ສົ່ງເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ.
# ຂ່າວ & ພາບ : ຂັນທະວີ