ວັນທີ 2-6 ສິງຫາ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສືບຕໍ່ສະໜັບສະໜູນຕັ່ງຫີນໃຫ້ກັບບັນດາສະຖານທີ່ສໍາຄັນຕ່າງໆໃນນະຄອນຫຼວງວຽງຈັນ ປະກອບມີ ສວນເຈົ້າອະນຸວົງ (ແຄມຂອງ) ຫໍວັດທະນະທໍາແຫ່ງຊາດ ແລະ ສະຖາບັນການທະນາຄານ ລວມທັງໝົດ 50 ໜ່ວຍ ຕາງໜ້າມອບໂດຍທ່ານ ນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ LaoVietBank ແລະ ຕາງໜ້າຮັບ ສວນເຈົ້າອະນຸວົງ (ແຄມຂອງ) ໂດຍທ່ານ ນາງ ທັນວາ ສ່ວນຫໍວັດທະນະ ທຳແຫ່ງຊາດ ຮັບໂດຍທ່ານ ພູນສີ ລາດຊະຈັກ ຜູ້ອໍານວຍການ ພ້ອມດ້ວຍຄະນະ ສໍາລັບສະຖາບັນທະນາຄານ ຕາງໜ້າຮັບໂດຍ ອາຈານ ອຳພາ ທຸມມາລາ ຮອງຫົວຫນ້າພະແນກຫ້ອງການ ສະຖາບັນການທະນາຄານ ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານ ນາງ ແສງມະນີ ພິລາວົງ ກ່າວວ່າ: ໃນອາທິດຜ່ານມາ ພວກເຮົາໄດ້ສືບຕໍ່ມອບຕັ່ງຫີນ LVB DIGIBANK ໃຫ້ກັບ 3 ພາກສ່ວນ ເຊິ່ງເປັນການສືບຕໍ່ສະໜັບສະໜູນຕາມທິດທາງແຜນການທີ່ເຮົາໄດ້ຂຶ້ນແຜນໄວ້ ສໍາລັບອາທິດຕໍ່ໜ້າ ເຮົາຈະສືບຕໍ່ຈະມອບຕັ່ງຫີນໃຫ້ກັບບັນດາສະຖານທີ່ສາທາລະນະອື່ນອີກໃນນະຄອນຫຼວງວຽງຈັນ ແລ້ວຈະແຈ້ງໃຫ້ຊາບພາຍຫຼັງ
[ຂ່າວ-ພາບ: LaoVietBank]