ທ່ານ ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຕາງໜ້າທີມງານຄຸ້ມຄອງກໍລະນີ ລາຍງານໃຫ້ຮູ້ກ່ຽວກັບກໍລະນີເສຍຊີວິດໃໝ່ ໃຫ້ຮູ້ວັນທີ 8 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ:ວ່າ: ປະຫວັດຫຍໍ້ຜູ້ເສຍຊີວິດ ແມ່ນ ພໍ່ຕູ້ ສີສອນເພັດ ອາຍຸ 76 ປີ ອາຊີບກໍາມະກອນ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປັດຈຸບັນ ຜູ້ກ່ຽວໄດ້ສ້າງຄອບຄົວຢູ່ແຂວງຈໍາປາສັກ ແລະ ໄດ້ດໍາລົງຊີວິດຢູ່ແຂວງດັ່ງກ່າວ ເຊິ່ງໄດ້ເຂົ້າປິ່ນປົວຢູ່ໂຮງໝໍເວລາ 14:00 ໂມງ ຂອງວັນທີ 4 ສິງຫາ 2021 ຍ້ອນສາເຫດເສຍສະຕິ ປະຫວັດ ພະຍາດຂອງຄົນເຈັບຈາກການສອບຖາມພີ່ນ້ອງ ແມ່ນມີອາການເຈັບຫົວແຮງ ມີຮາກ ປາກບໍ່ໄດ້ ແລະ ເສຍສະຕິ. ປະຫວັດຜ່ານມາ ຄົນເຈັບເປັນຄວາມດັນເລືອດສູງມາໄດ້ 5 ປີແລ້ວ ແຕ່ຜູ້ກ່ຽວບໍ່ໄດ້ກິນຢາປະຈໍາ ຜ່ານການກວດກາທາງດ້ານວິຊາການ ເຫັນວ່າເສຍສະຕິ ເຫຍື່ອເມືອກຕາຈືດ ວົງຕາດໍາທັງສອງເບື້ອງແມ່ນຍະ ຄວາມດັບຂອງເລືອດ 200/110 ກໍາມະຈອນ 100 ອຸນຫະພູມ 37 ໃນນັ້ນ ອົກຊີໃນເລືອດ 95% ທ່ານໝໍໄດ້ກວດສ່ອງທີຊີສະແກນ ເຫັນວ່າມີເລືອດໄຫຼໃນສະໝອງ ວັນທີ 4 ສິງຫາ ພີ່ນ້ອງຄົນເຈັບຂໍເອົາຄົນເຈັບໄປປິ່ນປົວຢູ່ໂຮງໝໍນະຄອນຫຼວງວຽງຈັນ ເນື່ອງຈາກວ່າຜູ້ກ່ຽວມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ທາງແພດກໍໄດ້ກວດວິເຄາະທົດສອບຫາເຊື້ອພະຍາດໂຄວິດ-19 ຜົນກວດເຄາະເປັນຜົນບວກ ໝໍຈຶ່ງໄດ້ໃຫ້ຢາປິ່ນປົວພະຍາດໂຄວິດ-19 ແລະ ອາການຂອງຄົນເຈັບຍັງມີອາການເສຍສະຕິ ວັງຕາດໍາທັງສອງເບື້ອງຍັງຍະ ເຊິ່ງການປິ່ນປົວໃຫ້ສູບເຄື່ອງຫາຍໃຈທຽມ ໃຫ້ອົກຊີແຊນ 10-15 ລິດ ສ່ວນລ້ຽງທໍ່ກະເພາະ ໄດ້ສົ່ງນໍ້າສະໂລມ ໃຫ້ຢາຫຼຸດຄວາມດັນ ຢາແກ້ໄຂ້-ແກ້ປວດ ແລະ ຢາລະລາຍເມັດເລືອດອຸດຕັນໃນສະໝອງ ນອກນີ້ ຍັງໃຫ້ຢາຕ້ານເຊື້ອ ແຕ່ອາການຂອງຄົນເຈັບບໍ່ດີຂຶ້ນ ດັ່ງນັ້ນ ມາຮອດເວລາ 4:30 ໂມງ ຂອງວັນທີ 7 ສິງຫາ ອາການຂອງຄົນເຈັບ ຄວາມດັນເອົາບໍ່ໄດ້ ອຸນຫະພູມ 37 ກໍາມະຈອນ 0 ທ່ານໝໍໄດ້ໃຊ້ທຸກວິທີເພື່ອກອບກູ້ເອົາຊີວິດຄົນເຈັບ ແຕ່ບໍ່ໄດ້ຜົນ ມາຮອດເວລາ 5:00 ໂມງ ຄົນເຈັບໄດ້ເສຍຊີວິດ ເຊິ່ງບົ່ງມະຕິຊຸດໂຊມລະບົບໝູນວຽນ ແລະ ຊຸດໂຊມລະບົບຫາຍໃຈ ລວມການປິ່ນປົວໄດ້ 3 ວັນ.
# ຂ່າວ & ພາບ: ຂັນທະວີ