ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນລາວເພີ່ມອີກ 260 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນ ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 8 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 7 ສິງຫາ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 3.225 ຄົນ ໃນນີ້ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 260 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນມີພຽງ 18 ຄົນ ປະກອບມີ ຈາກແຂວງໄຊຍະບູລີ 2 ຄົນ ບໍ່ແກ້ວ 15 ຄົນຈາກເມືອງຕົ້ນເຜິ້ງ ແລະ ແຂວງຈໍາປາສັກ 1 ຄົນ ສ່ວນ 242 ຄົນເປັນກໍລະນີນໍາເຂົ້າ ປະກອບມີ ຈາກແຂວງສະຫວັນນະເຂດ 119 ຄົນ ຈໍາປາສັກ 93 ຄົນ ນະຄອນຫຼວງວວຽງຈັນ 26 ຄົນ ບໍລິຄໍາໄຊ 3 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງທັງໝົດນີ້ ກວດພົບຈາກແຮງງານທີ່ກັບຄືນມາປະເທດຕາມຊ່ອງທາງທີ່ຖືກກົດໝາຍ ປັດຈຸບັນ ຜູ້ຕິດເຊື້ອໃໝ່ໄດ້ຖືກນໍາສົ່ງໄປປິ່ນປົວເຂົ້າໃນຫ້ອງແຍກປ່ຽວຕາມສະຖານທີ່ບໍລິການປິ່ນປົວຕ່າງໆ ບໍ່ວ່າຂັ້ນສູນກາງ ກໍຄືຂັ້ນທ້ອງຖິ່ນ ດັ່ງນັ້ນ ຕົວເລກສະສົມຜູ້ຕິດເຊື້ອທັງໝົດ ມີ 8.392 ຄົນ ຄົນເຈັບເສຍຊີວິດສະສົມ 8 ຄົນ ໃນນີ້ ເສຍຊີວິດໃໝ່ 1 ຄົນ ມີຜູ້ກໍາລັງປິ່ນປົວທັງໝົດ 4.090 ຄົນ ແລະ ມີສູນຈໍາກັດບໍລິເວນທັງໝົດ 85 ສູນ ນອກນັ້ນ ຍັງມີໂຮງແຮມ 43 ແຫ່ງ ມີຜູ້ຈໍາກັດບໍລິເວນທັງໝົດ 15.394 ຄົນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!