ອະນຸກຳມະການໂຄສະນາ-ຂະບວນການ ໂດຍສົມທົບກັບກອງເລຂາ ອະນຸກຳມະການເນື້ອໃນ ແລະ ຄະນະຮັບຜິດຊອບຫໍພິພິຕະພັນປະທານ ໄກສອນ ພົມວິຫານ ໄດ້ຈັດງານວາງສະແດງຮູບພາບໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991 – 15 ສິງຫາ 2021 ) ວັນທີ 8 ສິງຫາ 2021 ຢູ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ພ້ອມດ້ວຍພັນລະຍາ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ສະມາຊິກແຫ່ງຊາດ ປະທານສະພາປະຊາຊົນຂັ້ນແຂວງທົ່ວປະເທດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ທ່ານ ຈະເລີນ ເຍຍປ່າວເຮີ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ງານວາງສະແດງຮູບພາບໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ປະກອບດ້ວຍຮູບພາບຈຳນວນໜຶ່ງໃ ນພາລະກິດຕໍ່ສູ້ປົດປ່ອຍຊາດ ສ້າງຕັ້ງ ສປປ ລາວ ຮູບພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ປະທານປະເທດ ລັດຖະບານ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ອົງການກວດສອບ ອົງການກວດກາແຫ່ງລັດ ໂດຍສະເພາະການສ້າງ ປັບປຸງ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຕະຫຼອດໄລຍະ 30 ປີທີ່ຜ່ານມາ ທີ່ສະແດງໃຫ້ເຫັນຜົນງານ ແລະ ການເຄື່ອນໄຫວຂອງລັດເຮົາ ໃນການສ້າງ ປັບປຸງ ແລະ ປະຕິບັດລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
# ຂ່າວ & ພາບ: ຂັນທະວີ